ຂ່າວສານ

ກອງກຳລັງທີ 2 ຂອງ ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້

ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ຫວັງວ່າ ພົນທະຫານເສນາຮັກ ຈະສືບທອດ, ເສີມຂະຫຍາຍໝາກຜົນ, ຜົນງານ ແລະ ບົດຮຽນປະສົບການທີ່ບັນລຸໄດ້ໃນໄລຍະຜ່ານມາໃຫ້ເປັນຢ່າງດີ, ປະຕິບັດສຳເລັດໜ້າທີ່; ພ້ອມທັງປະຕິບັດບົດບາດເປັນ “ທູດ” ແຫ່ງສັນຕິພາບ ແລະ ນ້ຳໃຈມິດຕະພາບ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງປະເທດຊາດ ແລະ ກອບທັບປະຊາຊົນ ຫວຽດນາມ ໃນເວທີສາກົນ.
  ກອງກຳລັງທີ 2 ເຊິ່ງລວມມີພະນັກງານ, ແພດໝໍ, ພາລະກອນ 30 ຄົນ ຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 4 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ (ພາບ: qdnd.vn)  

 ຕອນເຊົ້າວັນທີ 24 ພຶດສະພາ, ຢູ່ສະໜາມບິນທະຫານຂອງ ກອງພົນ 371 (ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ), ກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ) ໄດ້ຈັດພິທີນຳສົ່ງກອງກຳລັງທີ 2 ເຊິ່ງລວມມີພະນັກງານ, ແພດໝໍ, ພາລະກອນ 30 ຄົນ ຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 4 ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້. ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນຈັດຕະວາ ຮວ່າງກິມຟຸ້ງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ຫວັງວ່າ ພົນທະຫານເສນາຮັກ ຈະສືບທອດ, ເສີມຂະຫຍາຍໝາກຜົນ, ຜົນງານ ແລະ ບົດຮຽນປະສົບການທີ່ບັນລຸໄດ້ໃນໄລຍະຜ່ານມາໃຫ້ເປັນຢ່າງດີ, ປະຕິບັດສຳເລັດໜ້າທີ່; ພ້ອມທັງປະຕິບັດບົດບາດເປັນ “ທູດ” ແຫ່ງສັນຕິພາບ ແລະ ນ້ຳໃຈມິດຕະພາບ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງປະເທດຊາດ ແລະ ກອບທັບປະຊາຊົນ ຫວຽດນາມ ໃນເວທີສາກົນ.


top