ຂ່າວສານ

ກວ໋າງຈິ ເປີດປະຕູດ່ານຊາຍແດນສໍາຮອງ 4 ແຫ່ງ ແນໃສ່ຈໍລະຈອນສິນຄ້າກັບ ລາວ

      ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ແລະ 2 ແຂວງ ສະຫວັນນະເຂດ ແລະ ສາລະວັນ ຂອງ ລາວ ໄດ້ເຫັນດີໃຫ້ເປີດປະຕູດ່ານຊາຍແດນສໍາຮອງ 4 ແຫ່ງ ຢູ່ເສັ້ນຊາຍແດນ ຫວຽດນາມ - ລາວ ຜ່ານແຂວງກວ໋າງຈິ. 

ບັນດາຄູ່ດ່ານຊາຍແດນສໍາຮອງເຫຼົ່ານີ້ ພຽງແຕ່ໄດ້ຮັບອະນຸຍາດໃຫ້ຂົນສົ່ງຈໍລະຈອນສິນຄ້າຜ່ານຊາຍແດນ ເທົ່ານັ້ນ,
ຫາກຍັງບໍ່ທັນອະນຸຍາດໃຫ້ຄົນເຂົ້າອອກເມືອງ.
      ບັນດາປະຕູດ່ານຊາຍແດນສໍາຮອງທີ່ໄດ້ຮັບການອະນາຍາດໃຫ້ເປີດປະຕູຄືນໃໝ່ເຫຼົ່ານັ້ນ ລວມມີ ຕ່າຣຸ່ງ, ແຈງ, ແທັງ ຂຶ້ນກັບເມືອງ ເຮື໊ອງຮວ໊າ ແລະ ດ່ານຊາຍແດນ ກອກ ຂຶ້ນກັບເມືອງ ດັກຣົງ ຕິດກັບຊາຍແດນຂອງສອງແຂວງ ສະຫວັນນະເຂດ ແລະ ສາລະວັນຂອງລາວ. ເຖິງຢ່າງໃດກໍຕາມ, ບັນດາຄູ່ດ່ານຊາຍແດນສໍາຮອງເຫຼົ່ານີ້ ພຽງແຕ່ໄດ້ຮັບອະນຸຍາດໃຫ້ຂົນສົ່ງຈໍລະຈອນສິນຄ້າຜ່ານຊາຍແດນ ເທົ່ານັ້ນ,ຫາກຍັງບໍ່ທັນອະນຸຍາດໃຫ້ຄົນເຂົ້າອອກເມືອງ.
 (ແຫຼ່ງຄັດຈາກ VOV)


top