ຂ່າວສານ

ກວາງ​ບິ່ງ ຕ້ອນ​ຮັບ​ກ່ຳ​ປັ່ນ​ທ່ອງ​ທ່ຽວ​ສາ​ກົນ ​ຄັ້ງ​ທຳ​ອິດ

ກ່ຳປັ່ນ Le Laperouse ແມ່ນກ່ຳປັ່ນທ່ອງທ່ຽວທະເລລຳທຳອິດ ທີ່ຂະແໜງທ່ອງທ່ຽວແຂວງກວາງບິ່ງ ໄດ້ຕ້ອນຮັບ, ອັນໄດ້ສ້າງຂີດໝາຍສຳຄັນໃນການສ້າງຮູບແບບ, ຜະລິດຕະພັນທ່ອງທ່ຽວ ກວາງບິ່ງເປັນຫຼາຍຮູບຫຼາຍສີ ແລະ ສົມບູນແບບ.
  ການຕ້ອນຮັບນັກທ່ອງທ່ຽວຂອງກ່ຳປັ່ນ Le Laperouse (ພາບ: baoquangbinh.vn)  

ວັນທີ 11 ຕຸລາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ກວາງບິ່ງ ໄດ້ສົມທົບກັບບັນດາຫົວໜ່ວຍ, ວິສາຫະກິດທ່ອງທ່ຽວ ຈັດຕັ້ງການຕ້ອນຮັບກ່ຳປັ່ນທ່ອງທ່ຽວສາກົນ Le Laperouse ຄັ້ງທຳອິດຂຶ້ນໂດຍມີນັກທ່ອງທ່ຽວ 100 ຄົນເຂົ້າທຽບທ່າກ່ຳປັ່ນ ຮ່ອນລາ ມາຢ້ຽມຢາມແຂວງ ກວາງບິ່ງ. ກ່ຳປັ່ນ Le Laperouse ໄດ້ອອກຈາກທ່າກ່ຳປັ່ນຢູ່ ອິນໂດເນເຊຍ, ເດີນຜ່ານ ສິງກະໂປ ແລ້ວມາ ຫວຽດນາມ.

ໃນໄລຍະເດີນທາງຢ້ຽມຢາມ ຫວຽດນາມ ເປັນເວລາ 39 ວັນ, ບັນດານັກທ່ອງທ່ຽວດັ່ງກ່າວຈະໄປຢ້ຽມຢາມນະຄອນ ໂຮ່ຈີມິນ, ຍາຈາງ, ກຸຍເຍີນ, ເຫວ້, ດ່າໜັງ, ກວາງບິ່ງ, ກວາງນາມ, ກວາງນິງ…

ກ່ຳປັ່ນ Le Laperouse ແມ່ນກ່ຳປັ່ນທ່ອງທ່ຽວທະເລລຳທຳອິດ  ທີ່ຂະແໜງທ່ອງທ່ຽວແຂວງກວາງບິ່ງ ໄດ້ຕ້ອນຮັບ, ອັນໄດ້ສ້າງຂີດໝາຍສຳຄັນໃນການສ້າງຮູບແບບ, ຜະລິດຕະພັນທ່ອງທ່ຽວ ກວາງບິ່ງເປັນຫຼາຍຮູບຫຼາຍສີ ແລະ ສົມບູນແບບ.


top