ແຂວງ ກວາງນິງ ຫາກໍ່ມອບໃບຢັ້ງຢືນການລົງທຶນໃຫ້ແກ່ 7 ໂຄງການວິທະຍາສາດເຕັກໂນໂລຢີ ດ້ວຍມູນຄ່າການລົງທຶນທັງໝົດກວ່າ 16.000 ຕື້ດົ່ງ (ປະມານກວ່າ 607 ລ້ານ USD).
ແຂວງ ກວາງນິງ ຫາກໍ່ມອບໃບຢັ້ງຢືນການລົງທຶນໃຫ້ແກ່ 7 ໂຄງການວິທະຍາສາດເຕັກໂນໂລຢີ
7 ໂຄງການດັ່ງກ່າວລ້ວນແຕ່ນອນໃນເປົ້າໝາຍຂອງແຂວງ ກ່ຽວກັບການພັດທະນາລະບົບນິເວດນະວັດຕະກຳ, ດຶງດູດບັນດາວິສາຫະກິດໃຫຍ່, ກຸ່ມບໍລິສັດເຕັກໂນໂລຢີແຖວໜ້າມາຄົ້ນຄວ້າ, ໝູນໃຊ້ ແລະ ລົງທຶນເຂົ້າຂົງເຂດເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີສູງໃນການປຸງແຕ່ງປະດິດແຕ່ງ, ອຸດສາຫະກຳໜູນຊ່ວຍ, ເສດຖະກິດໝູນວຽນ, ເຕັກໂນໂລຢີປູກລ້ຽງສິນໃນນ້ຳສິນທະເລແບບອັດສະລິຍະ… ທ່ານ ບຸ່ຍວັນຂັງ, ປະທານຄະນະກຳມະການປະຊາຊົນແຂວງ ກວາງນິງ, ເນັ້ນໜັກວ່າ:
“ແຂວງ ກວາງນິງ ປາດຖະໜາວ່າ ປະຊາຄົມວິສາຫະກິດ, ນັກລົງທຶນ, ນັກວິທະຍາສາດ, ບັນດານັກຊ່ຽວຊານ ຈະພ້ອມກັນຮ່ວມເດີນທາງຄົ້ນຄວ້າ, ສະເໜີ ແລະ ຜັນຂະຫຍາຍບັນດາໂຄງການກ່ຽວກັບວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ; ສ້າງບັນດາຜະລິດຕະພັນ, ການບໍລິການທີ່ມີມູນຄ່າເພີ່ມສູງ, ຕິດພັນກັບລະບົບມູນຄ່າທົ່ວໂລກ, ຊຸກຍູ້ການພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດແບ່ງປັນ, ເສດຖະກິດໝູນວຽນ, ເສດຖະກິດຕອນກາງຄືນ ແລະ ບັນດາຮູບແບບພັດທະນາແບບຍືນຍົງອື່ນ”.
ພິທີສົ່ງເສີມການລົງທຶນໃນຂົງເຂດເຕັກໂນໂລຢີ ທີ່ໄດ້ດຳເນີນໃນວັນທີ 24 ພະຈິກ 2025
ເນື່ອງໃນໂອກາດນີ້, ແຂວງ ກວາງນິງ ແລະ ບັນດານັກລົງທຶນ, ຄູ່ຮ່ວມມືພາຍໃນປະເທດ ແລະ ຕ່າງປະເທດ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືໃນໄລຍະຈະມາເຖິງ. ທ່ານ Kim Jong Tae, ຜູ້ອຳນວຍການໃຫຍ່ບໍລິສັດ VIN GRP ຈຳກັດ, ໃຫ້ຮູ້ວ່າ:
“ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະລົງທຶນເຂົ້າເຂດປະສົມ ຮະລອງ IIDP ດ້ວຍຂອບຂະໜາດ 300 ເຮັກຕາ ເພື່ອພັດທະນາບັນດາໂຄງການພາກສ່ວນສະເພາະກ່ຽວກັບກິລາ, ການບໍລິການດ້ານການເງິນ, ຊັບສິນດີຈີຕອນ… ເພື່ອນຳເອົາບັນດາຜະລິດຕະພັນການບໍລິການທີ່ໃໝ່ອ່ຽມ ແລະ ດຶງດູດໃຈໄປຍັງ ຮະລອງ”.