ທ່ອງທ່ຽວ

ກວາງຝູເກົ່າ - ສະຖານທີ່ຮັກສາຈິດວິນຍານ ບຸນເຕັດ ຫວຽດ

  ນັບແຕ່ທູບກ້ານໜຶ່ງ ເທິງແທ່ນບູຊາ ໃນມື້ບຸນເຕັດ ຈົນເຖິງສີສັນທີ່ສົດໃສ ຂອງ ໝູ່ບ້ານອາຊີບ, ກວາງຝູເກົ່າ (ຕາແສງ ອຶງທຽນ, ຮ່າໂນ້ຍ) ບໍ່ພຽງແຕ່ຜະລິດສິນຄ້າ ເພື່ອຮັບໃຊ້ດ້ານຄວາມເຊື່ອເທົ່ານັ້ນ, ແຕ່ຍັງຮັກສາ ວັດທະນະທຳ ເຊິ່ງແມ່ນບ່ອນທີ່ຄວາມຊົງຈຳ, ຄວາມເຊື່ອໝັ້ນ ແລະ ແບບແຜນການດຳລົງຊີວິດ ຂອງ ຄົນ ຫວຽດ ໄດ້ຮັບການສືບທອດ ກັນມາ ຫຼາຍເຊັ່ນຄົນ.


ນັບແຕ່ທູບກ້ານໜຶ່ງ ເທິງແທ່ນບູຊາ ໃນມື້ບຸນເຕັດ ຈົນເຖິງສີສັນທີ່ສົດໃສ ຂອງ ໝູ່ບ້ານອາຊີບ, ກວາງຝູເກົ່າ (ຕາແສງ ອຶງທຽນ, ຮ່າໂນ້ຍ) ບໍ່ພຽງແຕ່ຜະລິດສິນຄ້າ ເພື່ອຮັບໃຊ້ດ້ານຄວາມເຊື່ອເທົ່ານັ້ນ, ແຕ່ຍັງຮັກສາ ວັດທະນະທຳ ເຊິ່ງແມ່ນບ່ອນທີ່ຄວາມຊົງຈຳ, ຄວາມເຊື່ອໝັ້ນ ແລະ ແບບແຜນການດຳລົງຊີວິດ ຂອງ ຄົນ ຫວຽດ ໄດ້ຮັບການສືບທອດ ກັນມາ ຫຼາຍເຊັ່ນຄົນ.

ໃນຊຸມມື້ໃກ້ຈະເຖິງບຸນເຕັດ ປີມະເມຍ (ປີວອກ), ເມື່ອລະດູບານໃໝ່ພວມມາເຄາະປະຕູທຸກໝູ່ບ້ານ ຢູ່ເຂດທົ່ງພຽງພາກເໜືອ, ໝູ່ ບ້ານ ກວາງຝູເກົ່າ ກໍກ້າວເຂົ້າສູ່ຊ່ວງເວລາທີ່ຄຶກຄື້ນທີ່ສຸດໃນຮອບປີ. ພຽງແຕ່ຍ່າງເຂົ້າໝູ່ບ້ານ, ນັກທ່ອງທ່ຽວ ກໍສາມາດ ສຳຜັດໄດ້ເຖິງກິ່ນຫອມອ່ອນໆຂອງ ທູບຫອມ, ອົບເຊີຍ ແລະ ດອກຈັນ ທີ່ອົບອວນຢູ່ໃນອາກາດ, ເຊິ່ງແມ່ນ ກິ່ນຫອມ ທີ່ຄຸ້ນເຄີຍຕິດພັນກັບຊີວິດທາງດ້ານຈິດວິນຍານ ຂອງ ຄົນ ຫວຽດ ໃນທຸກໆ ຄັ້ງທີ່ບຸນເຕັດມາເຖິງ ລະດູບານໃໝ່ມາເຖິງ. ເຊື່ອງຊ້ອນຢູ່ເບື້ອງຫຼັງກິ່ນຫອມນັ້ນ ແມ່ນລົມຫາຍໃຈຂອງໝູ່ບ້ານອາຊີບ ເຮັດທູບທີ່ມີອາຍຸ ກວ່າ 100 ປີ ທີ່ພວມ ຢຶດໝັ້ນ ຮັກສາມູນເຊື້ອ ແລະ ປັບຕົວເຂົ້າກັບການພັດທະນາ ອຸດສາຫະກຳ ວັດທະນະທຳ ຂອງ ນະຄອນຫຼວງ.

 

ອາຊີບເຮັດທູບຢູ່ ກວາງຝູເກົ່າ ເປັນສ່ວນໜຶ່ງ ຂອງ ວິຖີຊີວິດ ຂອງຊາວບ້ານ ມາຫຼາຍເຊັ່ນຄົນ. ໃນເມື່ອກ່ອນ, ທຸກຂັ້ນຕອນແມ່ນເຮັດດ້ວຍມື, ນັບແຕ່ການເຫຼົາກ້ານທູບ, ການຍ້ອມສີ, ການພັນທູບ ຈົນເຖິງການຕາກແຫ້ງ, ເຊິ່ງຕ້ອງໃຊ້ເວລາ ແລະ ແຮງງານຫຼາຍ. ເຖິງວ່າຈະ ຜ່ານການປ່ຽນແປງ ຂອງ ຍຸກສະໄໝ, ອາຊີບເຮັດທູບ ຍັງຄົງແມ່ນອາຊີບລ້ຽງຊີບ ທີ່ຜູກພັນກັບຊາວບ້ານ ຢູ່ທີ່ນີ້. ຕາມການໃຫ້ຂໍ້ມູນ ຂອງ ຜູ້ຕາງໜ້າອຳນາດການປົກຄອງ ຕາແສງ, ໃນປັດຈຸບັນ ມີເຖິງ 70% ຂອງຈຳນວນຄົວ ເຮືອນ ໃນໝູ່ບ້ານເຂົ້າຮ່ວມການຜະລິດທູບ, ສ້າງວຽກເຮັດ ງານທຳ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ແຮງງານ ຫຼາຍພັນຄົນ.

 

ທ່າມກາງບັນຍາກາດ ທີ່ຟົດຟື້ນ ຂອງ ບຸນເຕັດ, ເລື່ອງລາວ ຂອງບັນດານາຍຊ່າງເຮັດທູບ ຍິ່ງມີຄວາມໝາຍເລິກ ເຊິ່ງຍິ່ງຂຶ້ນ. ນາງ ມາຍ-ນາຍຊ່າງເຮັດທູບລຸ້ນທີສີ່ຂອງ ໝູ່ບ້ານ ໄດ້ແບ່ງປັນດ້ວຍຄວາມເອກອ້າງທະນົງໃຈ ຄຽງຄູ່ກັບຄວາມເປັນຫ່ວງວ່າ: “ເພື່ອໃຫ້ໄດ້ທູບທີ່ສົມບູນ ແບບ, ນາຍຊ່າງ ຍັງຕ້ອງອາໄສຈິດໃຈ ແລະ ປະສົບການ ທີ່ສືບທອດ ມາຈາກປູ່ຍ່າຕາຍາຍ, ໂດຍສະເພາະແມ່ນຂັ້ນ ຕອນການເລືອກວັດຖຸດິບ ເພື່ອຮັກສາກິ່ນຫອມ ທຳມະຊາດ ແລະ ຄວາມປອດໄພ. ຈັກ ທີ່ທັນສະໄໝ ຊ່ວຍຫຼຸດຜ່ອນຄວາມອິດເມື່ອຍ, ເພີ່ມສະມັດຖະພາບ, ຜະລິດຕະພັນມີຄວາມສະເໝີ ແລະ ສວຍງາມຂຶ້ນ, ແຕ່ ‘ຈິດວິນຍານ’ ຂອງອາຊີບ ແມ່ນຍັງຂຶ້ນຢູ່ກັບຝີມື ແລະ ຄວາມລະອຽດອ່ອນ ຂອງຄົນ”.

ຍ້ອນຄວາມກ້າຫານໃນການລົງທຶນ ໃສ່ເຕັກໂນໂລຊີ, ສະມັດຖະ ພາບແຮງງານຢູ່ ກວາງຝູເກົ່າ ຈຶ່ງໄດ້ຮັບ ການຍົກສູງຂຶ້ນ, ລາຍຮັບຂອງ ປະຊາຊົນ ບັນລຸ ລະດັບທີ່ໝັ້ນຄົງ, ບາງບ່ອນໄດ້ 500.000 ຫາ 700.000 ດົງຕໍ່ມື້. ການປັບຕົວທີ່ຄ່ອງຕົວນີ້ ສະແດງໃຫ້ເຫັນວ່າ ໝູ່ບ້ານອາຊີບ ດັ້ງເດີມບໍ່ໄດ້ຢູ່ໂດດດ່ຽວ ນອກກະແສ ຂອງຍຸກສະໄໝ, ແຕ່ໄດ້ເປັນເຈົ້າການໃນການຊອກຫາ ວິທີການປ່ຽນແປງໃໝ່ ເພື່ອຄົງຕົວ ແລະ ພັດທະນາ.

ຍ້ອນມີອາຊີບເຮັດໄມ້ທູບມູນເຊື້ອ, ແຮງງານທ້ອງຖິ່ນ ນັບພັນຄົນຈຶ່ງມີວຽກເຮັດງານທຳ ແລະ ມີລາຍຮັບ ທີ່ໝັ້ນຄົງ. ພາບ: ຫງວຽນຫຶວທົງ
ຊໍ່ທູບທີ່ມີສີສັນສົດໃສ ຖືກຈັດວາງ ແລະ ສ້າງຮູບຊົງ ໂດຍປະຊາຊົນ ເພື່ອບໍລິການນັກທ່ອງທ່ຽວທີ່ມາ Check-in. ພາບ: ຫງວຽນຫຶວທົງ

ໃນຊຸມປີມໍ່ໆ ມານີ້, ກວາງຝູເກົ່າ ຍັງສ້າງຄວາມປະທັບໃຈ ຢ່າງແຮງໃຫ້ແກ່ນັກທ່ອງທ່ຽວ ດ້ວຍແຮງດຶງດູດທາງດ້ານ ທັດສະນີຍະພາບທີ່ພິເສດ ບໍ່ພຽງແຕ່ຢຸດຢູ່ທີ່ຄຸນນະພາບ ຜະລິດຕະພັນ ທີ່ປອດໄພ, ເຮັດຈາກສະໝຸນໄພ ທຳມະຊາດເທົ່ານັ້ນ, ບັນດາເສັ້ນທາງ, ເດີ່ນຕາກທູບ ຂອງໝູ່ບ້ານ ໄດ້ກາຍເປັນ “ຮູບແຕ້ມ” ທີ່ເຕັມໄປດ້ວຍ ສີສັນສົດໃສ. ມັດກ້ານທູບສີແດງສົດ, ສີເຫຼືອງ, ສີຟ້າ... ໄດ້ຖືກຈັດວາງຢ່າງປານີດສ້າງເປັນຮູບແຜນທີ່ ຫວຽດນາມ ຕົວອັກສອນ S, ທຸງຊາດ ຫຼື ຮູບຊົງຕ່າງໆ ທີ່ສວຍງາມ, ສ້າງພື້ນທີ່ ມີທັງລັກສະນະດັ້ງເດີມ ແລະ ທັນສະໄໝ.

ທ່ານ ຮຸ່ງ, ນາຍຊ່າງຜູ້ ທີ່ຜູກພັນກັບອາຊີບ ຜະລິດທູບ ມາຢ່າງຍາວນານ ເລົ່າດ້ວຍຄວາມຕື່ນເຕັ້ນວ່າ ໃນເມື່ອກ່ອນ, ທູບພຽງແຕ່ຕາກເປັນສີຂາວເຕັມທົ່ງ,ແຕ່ໃນປັດຈຸບັນ ສີສັນເຫຼົ່ານັ້ນໄດ້ນຳມາຊຶ່ງຄວາມ ມ່ວນຊື່ນໃໝ່ໃຫ້ແກ່ຜູ້ເຮັດອາຊີບນີ້ເອງ. ນັກທ່ອງທ່ຽວ ມາທ່ຽວຊົມ ນັບມື້ນັບເພີ່ມຂຶ້ນ, ບໍ່ພຽງແຕ່ເພື່ອມາຊື້ທູບ ຫຼື ຖ່າຍຮູບ “check-in” ເທົ່ານັ້ນ, ແຕ່ຍັງເພື່ອສຶກສາຂັ້ນຕອນ ການຜະລິດ ແລະ ສຳຜັດກັບບາງຂັ້ນຕອນໂດຍກົງ. ບັນດາຈຸດທ່ຽວຊົມ ໝູ່ບ້ານອາຊີບທີ່ຖືກເປີດຂຶ້ນ ກໍແມ່ນວິທີການທີ່ຊາວບ້ານ ກວາງຝູເກົ່າ ໂຄສະນາ ຄຸນຄ່າອັນດີເລີດ ຂອງ ອາຊີບດັ້ງເດີມ ດ້ວຍຊີວິດການ ເປັນຢູ່ທີ່ທັນສະໄໝ ຂອງ ຕົນ. 

 

 

ປັດຈຸບັນ ຜະລິດຕະພັນທູບ ກວາງຝູເກົ່າ ໄດ້ສົ່ງອອກ ໄປຍັງ ສປ ຈີນ, ອິນເດຍ, ມາເລເຊຍ ແລະ ສະຫະລາຊະ ອານາຈັກ ອັງກິດ. ຄຽງຄູ່ກັນນັ້ນ, ການທ່ອງທ່ຽວ ໝູ່ບ້ານ ອາຊີບ ໄດ້ນຳມາຊຶ່ງຜົນປະໂຫຍດສອງດ້ານໃຫ້ແກ່ ທ້ອງຖິ່ນ, ທັງພັດທະນາເສດຖະກິດ, ທັງປະກອບສ່ວນ ອະນຸລັກຮັກສາ ບັນດາຄຸນຄ່າວັດທະນະທຳ ດັ້ງເດີມ.

 

 

ຂັ້ນຕອນການຕາກທູບໃຫ້ແຫ້ງ. ພາບ: ຫງວຽນຫຶວທົງ
 

ທ່າມກາງຈັງຫວະຊີວິດ ທີ່ທັນສະໄໝ, ໝູ່ບ້ານອາຊີບ ເຮັດທູບ ກວາງ ຝູເກົ່າ ພວມກາຍເປັນຫຼັກຖານ ທີ່ມີຊີວິດຊີວາໃຫ້ແກ່ການອະນຸລັກຮັກສາຄຸນຄ່າດັ້ງເດີມ ຄຽງຄູ່ກັບການພັດທະນາເສດຖະກິດ. ການທີ່ ຮ່າໂນ້ຍ ບັນຈຸ ກວາງຝູເກົ່າ ເຂົ້າໃນລາຍຊື່ບັນດາຈຸດທ່ອງທ່ຽວ ໝູ່ບ້ານອາຊີບ ທີ່ສຳຄັນ ຂອງ ນະຄອນຫຼວງ ບໍ່ພຽງແຕ່ເປີດໂອກາດ   ໃໝ່ໃຫ້ແກ່ທ້ອງຖິ່ນເທົ່ານັ້ນ, ແຕ່ຍັງປະກອບສ່ວນຮັກສາຄວາມຊົງຈຳບຸນເຕັດ, ຄວາມຊົງຈຳແຫ່ງລະດູບານໃໝ່ ໃນຊີວິດ ຂອງ ຄົນ ຫວຽດນາມ ອີກດ້ວຍ.

ບົດ ແລະ ພາບໂດຍ: ຫງວຽນຫຶວທົງ - ແປໂດຍ: ຢືຟຽນ 


top