ຂ່າວສານ

ກວາງນິງແລະເກີນເທີຮັບເອົາຊາວຜູ້ໂດຍສານກັບມາຈາກສ.ເກົາຫຼີ

      ຖ້ຽວບິນຂອງບໍລິສັດການບິນ Vietjet Air ໄດ້ສົ່ງພົນລະເມືອງຫວຽດນາມ ແລະ ນັກທ່ອງທ່ຽວຕ່າງປະເທດ 229 ຄົນຈາກສ.ເກົາຫຼີ ມາຫວຽດນາມ, ໄດ້ລົງຈອດຢູ່ສະໜາມບິນ ເວີນດົນ, ແຂວງກວາງນິງ.

ຖ້ຽວບິນຂອງບໍລິສັດການບິນ Vietjet Air ໄດ້ສົ່ງພົນລະເມືອງຫວຽດນາມ
ແລະ ນັກທ່ອງທ່ຽວຕ່າງປະເທດ 229 ຄົນຈາກສ.ເກົາຫຼີ)
      ຕອນບ່າຍວັນທີ 01 ມີນາ, ຖ້ຽວບິນຂອງບໍລິສັດການບິນ Vietjet Air ໄດ້ສົ່ງພົນລະເມືອງຫວຽດນາມ ແລະ ນັກທ່ອງທ່ຽວຕ່າງປະເທດ 229 ຄົນຈາກສ.ເກົາຫຼີ ມາຫວຽດນາມ, ໄດ້ລົງຈອດຢູ່ສະໜາມບິນ ເວີນດົນ, ແຂວງກວາງນິງ. ຜູ້ໂດຍສານທັງໝົດເຫຼົ່ານັ້ນລ້ວນແຕ່ມີອາການສຸຂະພາບເປັນປົກກະຕິ ແລະ ໄດ້ແຍກຕົວຢູ່ບັນດາຮາກຖານແຍກຕົວເປັນເວລາ 14 ວັນຕາມຂໍ້ກຳນົດ.
          ກ່ອນໜ້ານັ້ນ, ເພື່ອກະກຽມໃຫ້ແກ່ການຮັບບັນດາຖ້ຽວບິນຂົນສົ່ງພົນລະເມືອງຫວຽດນາມ ແລະ ນັກທ່ອງທ່ຽວຕ່າງປະເທດກັບມາຈາກສ.ເກົາຫຼີ ຕາມຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ກວາງນິງ ໄດ້ຈັດກອງປະຊຸມປຶກສາຫາລືວິທີໃນການຮັບ, ປ້ອງກັນ ຕ້ານໂລກລະບາດ Covid-19 ສຳລັບບັນດາຖ້ຽວບິນທີ່ລົງຈອດຢູ່ສະໜາມບິນສາກົນ ເວິນດົນ. ທ່ານ ດັ້ງຮຸຍເຮົ້າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງນິງ, ໃຫ້ຮູ້ວ່າ.
          “ຂະແໜງຄົມມະນາຄົມຂົນສົ່ງໄດ້ສົມທົບກັບຕຳຫຼວດ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ, ສຳຜັດ ແລະ ຜັນຂະຫຍາຍບັນດາມາດຕະການໂດຍໄວ ເພື່ອຮັບປະກັນຄວາມປອດໄພທາງຄົມມະນາຄົມໃນບໍລິເວນແຂວງກວາງນິງ. ບັນດາຫົວໜ່ວຍຂັ້ນຮາກຖານ ແລະ ຝ່າຍສາທາລະນະສຸກໄດ້ກະກຽມຮັບປະກັນເງື່ອນໄຂ ແລະ ຮາກຖານໃນການຮັບຖ້ຽວບິນດັ່ງກ່າວຢ່າງທັນທີ”.
          ຕອນບ່າຍວັນດຽວກັນ, ຢູ່ສະໜາມບິນ ເກີນເທີ ໄດ້ຮັບເອົາ 3 ຖ້ຽວບິນ ລວມມີຜູ້ໂດຍສານ 618 ຄົນ, ໃນນັ້ນມີຜູ້ໂດຍສານ 85 ຄົນກັບມາຈາກເຂດເກີດໂລກລະບາດຢູ່ສ.ເກົາຫຼີ (Daegu ແລະ Gyeongsang ເໜືອ). ຜູ້ໂດຍສານທັງໝົດເຫຼົ່ານັ້ນໄດ້ຖືກແຍກຕົວຢູ່ໄປໂຮງຮຽນການທະຫານນະຄອນເກິນເທີ ແລ້ວ.
 (ແຫຼ່ງຄັດຈາກ VOV)


top