ຂ່າວສານ

ກວາງນິງ: ໄຂງານບຸນດອກສະກຸຣະ - ດອກເໝີຍ ອຽນຕື 2019

ຕອນຄ່ຳວັນທີ 09 ມີນາ, ງານບຸນດອກສະກຸຣະ - ດອກເໝີຍ ອຽນຕື 2019 ດ້ວຍຫົວຂໍ້ວ່າ “ການຮ່ວມມື ແລະ ພັດທະນາ - ຈຸດນັດພົບຂອງຜົນສຳເລັດ” ໄດ້ໄຂຂຶ້ນຢູ່ສູນວັດທະນະທຳ ຈຸກເລີມອຽນຕື (ນະຄອນ ອວງບີ, ແຂວງ ກວາງນິງ). 

ງານບຸນດອກສະກຸຣະ - ດອກເໝີຍ ອຽນຕື 2019

ນີ້ແມ່ນເຫດການການເມືອງ, ວັດທະນະທຳ, ທ່ອງທ່ຽວທີ່ມີຂອບຂະໜາດໃຫຍ່ຢູ່ແຂວງ ກວາງນິງ ໄດ້ຈັດຕັ້ງປະຈຳປີ. ທີ່ງານບຸນປີນີ້ ມີຫລາຍການເຄື່ອນໄຫວຄື: ງານວາງສະແດງດອກສະກຸຣະ - ດອກເໝີຍ ອຽນຕື; ພົບປະແລກປ່ຽນວັດທະນະທຳ ແລະ ການລະຫຼິ້ນພື້ນເມືອງ; ງານວາງສະແດງ, ແນະນຳບາງຜະລິດຕະພັນທີ່ເປັນເອກະລັກສະເພາະຂອງແຂວງ ກວາງນິງ ແລະ ຍີ່ປຸ່ນ; ບັນດາການເຄື່ອນໄຫວຢ້ຽມຊົມ ອຽນຕື ແລະ ສະຖານທີ່ທ່ອງທ່ຽວບາງແຫ່ງ…

(ແຫຼ່ງຄັດຈາກ VOV)


top