ບໍລິສັດໄຟຟ້າ ກວາງນິງ ໄດ້ຟື້ນຟູການສະໜອງໄຟຟ້າຄືນໃໝ່ໃນຕອນເຊົ້າ 05 ກໍລະກົດ.
ຍ້ອນຜົນສະທ້ອນຈາກພາຍຸ Maysak, ຕອນຄ່ຳວັນທີ 04 ກໍລະກົດ, ບາງເຂດຢູ່ແຂວງ ກວາງນິງ ເກີດຝົນຕົກໜັກ, ລົມແຮງ, ເຮັດໃຫ້ຊັບສິນຖືກເພເປ່ ແລະ ສົ່ງຜົນສະທ້ອນເຖິງລະບົບກະຈາຍໄຟຟ້າ. ວັນທີ 05 ກໍລະກົດ, ບັນດາກຳລັງທີ່ມີໜ້າທີ່ ແລະ ອຳນາດການປົກຄອງພວມຮີບເຮັ່ງຜັນຂະຫຍາຍບັນດາແຜນການຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງ, ນຳການດຳລົງຊີວິດຂອງປະຊາຊົນໃຫ້ກັບຄືນສູ່ເປັນປົກກະຕິໂດຍໄວ.
ຢູ່ເຂດພິເສດ ໂກໂຕ, ຍ້ອນຜົນສະທ້ອນຈາກພາຍຸ ເຮັດໃຫ້ໄຟຟ້າດັບທົ່ວບໍລິເວນນັບແຕ່ເວລາ 19 ໂມງຂອງວັນທີ 04 ກໍລະກົດ. ບໍລິສັດໄຟຟ້າ ກວາງນິງ ໄດ້ຟື້ນຟູການສະໜອງໄຟຟ້າຄືນໃໝ່ໃນຕອນເຊົ້າ 05 ກໍລະກົດ. ບັນດາແຫ່ງອື່ນຂອງ ກວາງນິງ ກໍ່ລະດົມກຳລັງຢ່າງສຸດຂີດເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ຮັບປະກັນການສັນຈອນໄປມາ ແລະ ໜູນຊ່ວຍປະຊາຊົນ.
ກ່ອນໜ້ານັ້ນ, ໃນເວລາປະມານ 22 ໂມງ ຕອນຄ່ຳວັນທີ 04 ກໍລະກົດ, ຢູ່ເຂດທ່າກຳປັ່ນ ຫວ້ານນິງ, ກຳລັງທີ່ມີໜ້າທີ່ໄດ້ກູ້ໄພກູ້ຊີບຢ່າງທັນການ ແລະ ນຳເອົາລູກເຮືອ 11 ຄົນຢູ່ກຳປັ່ນຫາປາ 6 ລຳທີ່ຖືກຜົນສະທ້ອນຈາກພາຍຸເຂົ້າົປຍັງເຂດຫຼົບໄພດ້ວຍຄວາມປອດໄພຢູ່ຕາແສງ ມ້ອງກາຍ 2.