ຂ່າວສານ

ກວາງນິງ ວາງຄາດໝາຍຕ້ອນຮັບແຂກທ່ອງທ່ຽວ 15 ລ້ານເທື່ອຄົນໃນປີ 2023

ຄາດໝາຍຂອງຂະແໜງທ່ອງທ່ຽວແຂວງ ກວາງນິງ ຍົກອອກມາໃນປີ 2023 ແມ່ນຕ້ອງກວມເອົາອັດຕາສ່ວນສູງໃນຄາດໝາຍສັງລວມຕ້ອນຮັບແຂກທ່ອງທ່ຽວ 110 ລ້ານເທື່ອຄົນ
  (ພາບປະກອບ: daidoanket.vn)  

ກອງປະຊຸມພັດທະນາການທ່ອງທ່ຽວ ກວາງນິງ ປີ 2023 ຈະຈັດຂຶ້ນໃນວັນທີ 17 ມີນາ, ເພື່ອຊອກຫາບັນດາມາດຕະການຟື້ນຟູການທ່ອງທ່ຽວແບບຍືນຍົງ ແລະ ໃນຕໍ່ໜ້າແມ່ນສຳເລັດໜ້າທີ່ຂອງແຂວງຕ້ອນຮັບແຂກທ່ອງທ່ຽວ 15 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວ 2 ລ້ານເທື່ອຄົນໃນປີ 2023. ຄາດໝາຍຂອງຂະແໜງທ່ອງທ່ຽວແຂວງ ກວາງນິງ ຍົກອອກມາໃນປີ 2023 ແມ່ນຕ້ອງກວມເອົາອັດຕາສ່ວນສູງໃນຄາດໝາຍສັງລວມຕ້ອນຮັບແຂກທ່ອງທ່ຽວ 110 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນ 8 ລ້ານເທື່ອຄົນ. ເພື່ອບັນລຸໄດ້ເປົ້າໝາຍນັ້ນ, ທ່ານ ຈິ້ງດັງແທັງ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ກວາງນິງ, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ເຊື້ອເຊີນເອກອັກຄະລັດຖະທູດບັນດາປະເທດມີຈຳນວນແຂກທ່ອງທ່ຽວມາຢ້ຽມຢາມແຂວງ ກວາງນິງ ຫຼາຍຄື: ຈີນ, ສ.ເກົາຫຼີ, ຍີ່ປຸ່ນ; ບັນດາຄູ່ຮ່ວມມືສົ່ງແຂກມາ ກວາງນິງ ແມ່ນບັນດາວິສາຫະກິດຢູ່ນະຄອນໃຫຍ່ຄື: ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດ່ານັ້ງ… ບັນດາວິສາຫະກິດໃຫຍ່ກໍ່ໄດ້ມາເພື່ອແລກປ່ຽນ, ປຶກສາຫາລື. ກວາງນິງ ໄດ້ຮັບຟັງການປະກອບຄຳເຫັນຢ່າງແທດຈິງ, ມີປະສິດທິຜົນ ແລະ ຮັບເອົາບັນດາຄຳເຫັນປະກອບໃນວຽກງານຊີ້ນຳບໍລິການ ແລະ ດຳເນີນທຸລະກິດການທ່ອງທ່ຽວໃນບໍລິເວນແຂວງ”.


top