ຂ່າວສານ

WTO ຕັ້ງຄວາມຫວັງ ຍູ້ໄວຄວາມຄືບໜ້າສະໜອງວັກຊິນ ໃຫ້ແກ່ບັນດາປະເທດທຸກຍາກ

      ບັນດາປະເທດສະມາຊິກ WTO ໄດ້ເຫັນດີເປັນເອກະພາບເລີ່ມດຳເນີນການເຈລະຈາກ່ຽວກັບແຜນການຊຸກຍູ້ການສະໜອງວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບັນດາປະເທດພັດທະນາຢ່າງເປັນທາງການ. ຜູ້ນຳໜ້າອົງການດັ່ງກ່າວ ຫວັງວ່າ ການເຈລະຈາຄັ້ງນີ້ ຈະຊ່ວຍບັນລຸໄດ້ຂໍ້ຕົກລົງທີ່ແທດຈິງ, ມີຜົນປະໂຫຍດແກ່ບັນດາປະເທດພວມພັດທະນາ ກໍຄື ປົກປ້ອງການເຄື່ອນໄຫວຄົ້ນຄວ້າ  ແລະ ປະດິດຄິດສ້າງ.
ພະນັກງານສະຫະປະຊາຊາດ ກວດກາ ງວດວັກຊິນ ສົ່ງໄປຍັງ Tunisia (ພາບ: THX/TTXVN)
      ວັນທີ 12 ມິຖຸນາ, ທ່ານ Ngozi Okonjo-Iweala  ຜູ້ອຳນວຍການໃຫຍ່ອົງການການຄ້າ ໂລກ (WTO) ໄດ້ຖະແຫຼງມີແຜນການໜຶ່ງເພື່ອບັນລຸໄດ້ຂໍ້ຕົກລົງທົ່ວໂລກ ແນໃສ່ສະໜອງວັກຊິນກັນພະຍາດໂຄວິດ - 19 ເພີ່ມເຕີມໃຫ້ແກ່ບັນດາປະເທດພວມພັດທະນາ, ໂດຍບໍ່ຫົວຊາຕໍ່ຄວາມບໍ່ລົງລອຍກັນ ເຊິ່ງກ່ຽວຂ້ອງເຖິງບັນຫາຊັບສິນທາງປັນຍາຂອງບັນດາບໍລິສັດການຢາ. ກ່າວຄຳເຫັນຕໍ່ນັກຂ່າວ ກ່ອນທີ່ເຂົ້າຮ່ວມການປຶກສາຫາລືກັບການນຳບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7), ທ່ານຜູ້ອຳນວຍການໃຫຍ່ WTO ສະແດງຄວາມຫວັງວ່າ ຈະມີຂໍ້ມູນຫຼາຍຂໍ້ທີ່ຈະແຈ້ງກວ່າ ກ່ຽວກັບໄລຍະທາງຕໍ່ໜ້າ ຊຶ່ງກ່ຽວຂ້ອງເຖິງບັນຫາຍົກເລີກສິດຊັບສິນທາງປັນຍາໃນເດືອນ ກໍລະກົດ ນີ້./.
        ວັນທີ 9 ມິຖຸນາ, ບັນດາປະເທດສະມາຊິກ WTO ໄດ້ເຫັນດີເປັນເອກະພາບເລີ່ມດຳເນີນການເຈລະຈາກ່ຽວກັບແຜນການຊຸກຍູ້ການສະໜອງວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບັນດາປະເທດພັດທະນາຢ່າງເປັນທາງການ. ຜູ້ນຳໜ້າອົງການດັ່ງກ່າວ ຫວັງວ່າ ການເຈລະຈາຄັ້ງນີ້ ຈະຊ່ວຍບັນລຸໄດ້ຂໍ້ຕົກລົງທີ່ແທດຈິງ, ມີຜົນປະໂຫຍດແກ່ບັນດາປະເທດພວມພັດທະນາ ກໍຄື ປົກປ້ອງການເຄື່ອນໄຫວຄົ້ນຄວ້າ  ແລະ ປະດິດຄິດສ້າງ.
 (ແຫຼ່ງຄັດຈາກ VOV)


top