ຂ່າວສານ

WTO ແລະ ຄວາມກົດດັນຕ້ອງປະຕິຮູບຕໍ່ໜ້າບັນດາການຜັນແປໃຫຍ່ຢູ່ໃນໂລກ

ໜຶ່ງໃນບັນດາຄວາມຮຽກຮ້ອງຮີບດ່ວນຂອງ WTO ແມ່ນຕ້ອງເຫັນດີເປັນເອກະພາບຕໍ່ເລື່ອງ ຕໍ່ກຳນົດເວລາໃຫ້ຂໍ້ຕົກລົງກ່ຽວກັບການຄ້າເອເລັກໂຕນິກ
ກອງປະຊຸມລັດຖະມົນຕີບັນດາປະເທດສະມາຊິກອົງການການຄ້າໂລກ (WTO) ຄັ້ງທີ 14 (ພາບ: WTO/Handout via REUTERS)

ຕໍ່ໜ້າບັນດາຄວາມກົດດັນຢ່າງຕໍ່ເນື່ອງຈາກບັນດາການຜັນແປພູມສາດກາເມືອງ ແລະ ຄວາມເຄັງຕຶງດ້ານການຄ້າຢູ່ໂລກໃນຊຸມປີມໍ່ໆມານີ້ຄວາມກົດດັນຕ້ອງປະຕິຮູບສຳລັບອົງການການຄ້າໂລກ (WTO) ພວມໃຫຍ່ກວ່າເວລາໃດໝົດເຖິງຢ່າງໃດກໍ່ຕາມບັນດາວິໄສທັດກ່ຽວກັບການປະຕິຮູບຂອງ WTO ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນນັ້ນມີບັນດາບັນຫາຢູ່ພາຍໃນອົງການເອງ.

        ໃນລະຫວ່າງວັນທີ 26 – 29 ມີນາ, ກອງປະຊຸມລັດຖະມົນຕີບັນດາປະເທດສະມາຊິກອົງການການຄ້າໂລກ (WTO) ຄັ້ງທີ 14 (MC14), ກົນໄກມີສິດອຳນາດທີ່ສຸດຂອງ WTO, ໄດ້ຈັດຂຶ້ນຢູ່ນະຄອນຫຼວງ Yaounde ຂອງ Cameroon.

ໝາກຜົນຍັງຈຳກັດຢູ່

ໂດຍແມ່ນກອງປະຊຸມລັດຖະມົນຕີ WTO ທຳອິດພາຍຫຼັງທີ່ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ກັບຄືນທຳນຽບຂາວເມື່ອປີກາຍນີ້, ແລະອຳນາດການປົກຄອງອາເມລິກາ ຈັດວາງຫຼາຍມາດຈະການດ້ານພາສີອາກອນ ສ້າງການຜັນແປຢ່າງໃຫຍ່ຫຼວງຕໍ່ກະແສການຄ້າທົ່ວໂລກ, WTO ປະເຊີນໜ້າກັບຄວາມກົດດັນອັນໃຫຍ່ຫຼວງຕໍ່ເລື່ອງຕ້ອງປະຕິຮູບຢ່າງວ່ອງໄວເພື່ອປັບຕົວກັບສະພາບການໃໝ່.

ໜຶ່ງໃນບັນດາຄວາມຮຽກຮ້ອງຮີບດ່ວນຂອງ WTO ແມ່ນຕ້ອງເຫັນດີເປັນເອກະພາບຕໍ່ເລື່ອງ ຕໍ່ກຳນົດເວລາໃຫ້ຂໍ້ຕົກລົງກ່ຽວກັບການຄ້າເອເລັກໂຕນິກ, ໂດຍລະອຽດແມ່ນຕໍ່ກຳນົດເວລາ ຕໍ່ຄຳສັ່ງໂຈະການຈັດວາງອັດຕາພາສີອາກອນສຳລັບທຸລະກຳເອເລັກໂຕນິກ, ເຊິ່ງມີຜົນສັກສິດນັບແຕ່ປີ 1998, ໝົດກຳນົດເວລາໃນເດືອນ ມີນາ ແລະ ຫຼາຍປະເທດສະມາຊິກ WTO ໄດ້ສະເໜີຕໍ່ກຳນົດເວລາຮອດປີ 2031. ເຖິງຢ່າງໃດກໍ່ຕາມ, ບັນດາຂັດແຍ້ງກັນລະຫວ່າງ ອາເມລິກາ ກັບບາງພື້ນຖານເສດຖະກິດໃຫຍ່ (ຄື: ບຣາຊິນ, ຕວັກກີ, ອິນເດຍ) ໄດ້ເຮັດໃຫ້ບັນດາການເຈລະຈາຕົກເຂົ້າສູ່ສະພາບບໍ່ມີທາງອອກ ແລະ MC14 ສິ້ນສຸດລົງ ແຕ່ບໍ່ບັນລຸໄດ້ຜົນບຸກທະລຸໃດໆເທື່ອ. ເລື່ອງບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບຫົວຂໍ້ນີ້ໄດ້ກໍ່ຄວາມວິຕົກກັງວົນເລື່ອງການຄ້າດີຈີຕອນ, ເຄີຍແມ່ນກຳລັງໜູນຕົ້ນຕໍໃຫ້ແກ່ການເຕີບໂຕດ້ານການຄ້າທົ່ວໂລກໃນ 2 ປີຜ່ານມາຖືກຂາດວັກຂາດຕອນ. ທ່ານ John Denton, ເລຂາທິການໃຫຍ່ຫ້ອງການການຄ້າສາກົນ (ICC) ໃຫ້ຂໍ້ສັງເກດວ່າ:

ພວກເຮົາພວມຜ່ານຜ່າສະພາບອຸດຫະກຳ ຮ້າແຮງທີ່ສຸດໃນຍຸກທັນສະໄໝ. ທຸກສິ່ງທຸກຢ່າງທີ່ພວມເກີດຂຶ້ຢູ່ຊ່ອງແຄບ Hormuz, ການຂາດວັກຂາດຕອນຊ້ຳບໍ່ໜຳແມ່ນການດັບສູນລະບົບຕ່ອງໂສ້ການສະໜອງບັນດາສິ່ງທີ່ກ່ຽວຂ້ອງເຖິງການໝູນວຽນສິນຄ້າ ແລະ ການບໍລິານຂ້າມຊາຍແດນບັນຫາປອດໂປ່ງ ຫຼື ຄວາສາມາດຄາດຄະເນລ່ວງໜ້າ… ນັ້ທຸກສິ່ງທຸກຢ່າງ້ວແຕ່ແມ່ນເລື່ອທີ່ WTO ຕ້ອງພະຍາຍາມຮັກສາໄວ້ ແລະ ໜູນຊ່ວຍ ແລະ ແມ່ນສິ່ງທີ່ວິສາຫະກິດປາຖະໜາ”.

ເພື່ອເຮັດໃຫ້ຄວາມວິຕົກກັງວົນຜ່ອນຄາຍລົງ, WTO ໃຫ້ຮູ້ວ່າ ຈະສືບຕໍ່ຈັດກອງປະຊຸມໃນເດືອນ ພຶດສະພາ ຢູ່ ເຊີແນວ (ປະເທດ ສະວິດ) ເພື່ອແນໃສ່ຟື້ນຟູຂໍ້ຕົກລົງໂຈະການຈັດວາງອັດຕາພາສີສຳລັບການຄ້າເອກເລັກໂຕນິກ. ໃນສະພາບການລວມ, WTO ຖືວ່າ ບັນດາປະເທດ ອາດຈະຟື້ນຟູຂໍ້ຕົກລົງນີ້ໂດຍໄວໃນລະດູແລງ.

ຈິນຕະນາການໃໝ່ໃຫ້ WTO

ເລື່ອງບັນລຸໄດ້ຂໍ້ຕົກລົງດ້ານການຄ້າເອກເລັກໂຕນິກ ເຊິ່ງເຄີຍໄດ້ຮັບຖືວ່າແມ່ນກຸນແຈເພື່ອຮັກສາການສະໜັບສະໜູນຂອງ ອາເມລິກາ ຕໍ່ WTO, ໃນສະພາບທີ່ ວໍຊິງຕັນ ພວມມີການກະທຳຖອນອອກຈາກບັນດາສະຖາບັນຫຼາຍຝ່າຍໃນທົ່ວໂລກ. ສະນັ້ນ, ໝາກຜົນຂອງ MC14 ໄດ້ສົ່ງຜົນກະທົບທີ່ຫຍໍ້ທໍ້ສ່ວນໃດສ່ວນໜຶ່ງເຖິງບົດບາດຂອງ WTO, ໃນສະພາບທີ່ອົງການນີ້ເຄີຍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການແກ້ໄຂບັນດາການຂັດແຍ້ງດ້ານການຄ້າຢູ່ໂລກໃນຊຸມປີຜ່ານມາ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ WTO ຖືວ່າ ບັນດາປະເທດສະມາຊິກຂອງ WTO ພວມມີຄວາມຮັບຮູ້ຢ່າງຈະແຈ້ງກວ່າເວລາໃດໝົດກ່ຽວກັບຄວາມຮຽກຮ້ອງຕ້ອງປະຕິຮູບລະບົບການຄ້າຫຼາຍຝ່າຍໃຫ້ສອດຄ່ອງກັບບັນດສການຜັນແປດ້ານພູມສາດການເມືອງ ແລະ ພູມສາດເສດຖະກິດ ຢູ່ໃນໂລກ ແລະ ຢູ່ MC14, ບັນດາປະເທດລ້ວນແຕ່ສະແດງຄວາມຕັດສິນໃຈປະຕິຮູບຢ່າງເຖິງຖອງ.

ພວກຂ້າພະເຈົ້າພວມທົດລອງວິທີເຮັດວຽກໃໝ່ພວກຂ້າພະເຈົ້າພວມສ້າງຮູບແບບການປະຕິຮູບທີ່ພວກຂ້າພະເຈົ້ລໍຄອຍພວກຂ້າພະເຈົ້າບໍ່ສະຫງວນເວລາເພື່ອເຈລະຈາກ່ຽວກັບເນື້ອໃນຂອງເອກະສານສະບັບໜຶ່ງຄືກ່ອນນີ້ເຄີຍເຮັດອີກຫາກບັນດາລັດຖະມົນຕີໄດ້ສະຫງວນເວລາສ່ວນຫຼາຍເພື່ອປຶກສາຫາລືຕໍ່ການປະຕິຮູບ ແລະ ກ່ຽວກັບການຜັນແປດ້ານການຄ້າຫວ່າງມໍ່ໆມານີ້”.

ແບ່ງປັນກ່ຽວກັບທັດສະນະນີ້, ທ່ານນາງ Pamela Coke-Hamilton, ຜູ້ອຳນວຍການຝ່າຍບໍລິຫານສູນການຄ້າສາກົນ (ITC) ກໍ່ຖືວ່າ:

ເລື່ອງສ້າງຕັ້ງຄືນໃໝ່ນີ້ມີຄວາມໝາຍເປັນຕາຍສຳລັບ WTO ແລະ ຂ້າພະເຈົ້າຄິດວ່າ ທ່ານນາງ Ngozi Okonjo-Iweala ພວມມານະພະຍາຍາມເພື່ອໃຫ້ທຸກຄົນເຂົາຮ່ວມ ນັ່ງນຳກັນເພື່ອເລີ່ມເຄື່ອນໄຫຄືນໃໝ່ບໍ່ພຽງແຕ່ເພື່ອແກ້ໄຂບັນດາບັນຫາເທົ່ານັ້ນຫາຍັງສ້າງຂັ້ນຕອນເເຮັດແນວໃດເພື່ອໃຫ້ WTO ກ້າວຂຶ້ນທາງໜ້າຄືດັ່ງອົງການຫຼາຍຝ່າຍ”.

ວົງການນັກຊ່ຽວຊານດ້ານເສດຖະກິດກໍ່ຖືວ່າ ເຖິງວ່າຍັງບໍ່ທັນບັນລຸໄດ້ຄວາມຄາດຫວັງກໍ່ຕາມ ແຕ່ທີ່ກອງປະຊຸມຢູ່ Cameroon ກໍ່ສະແດງໃຫ້ເຫັນວ່າ WTO ໄດ້ຊຸກຍູ້ຄວາມກ້າວໜ້າຈຳນວນໜຶ່ງ, ເມື່ອໄດ້ຮຽບຮຽງຂັ້ນຕອນການປະຕິຮູບອັນກວ້າງໃຫຍ່ກວ່າໃຫ້ແກ່ອົງການນີ້, ໃນນັ້ນມີການປົວແປງຂັ້ນຕອນອອກຂໍ້ຕົກລົງໃນລະບົບໜຶ່ງໂດຍອີງໃສ່ຄວາມເຫັນດີເຫັນພ້ອມ ທີ່ເຄີຍຖືກໂຈະໄວ້ຍ້ອນປະເທດສະມາຊິກຈຳນວນໜຶ່ງ.


top