ຂ່າວສານ

WTO ຍົກອັດ​ຕາ​ຄາ​ດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ທົ່ວ​ໂລກ​ປີ 2025

ການເຕີບໂຕດ້ານການຄ້າທົ່ວໂລກ ໃນປີນີ້ ໄດ້ມີການໜູນຊ່ວຍຈາກບັນດາຈາກບັນດາປະເພດສິນຄ້າທີ່ກ່ຽວຂ້ອງເຖິງປັນຍາປະດິດ (AI) ແລະ ກະແສເພີ່ມທະວີສິນຄ້ານຳເຂົ້າ ອາເມລິກາ ກ່ອນທີ່ທ່ານປະທານາທິບໍດີ Donald Trump ປະກາດອັດຕາພາສີຕ່າງໆ.
ທ່ານນາງ Ngozi Okonjo-Iweala ຜູ້ອຳນວຍການໃຫຍ່ WTO (ພາບ: THX/TTXVN)

ວັນທີ 07 ຕຸລາ, ອົງການການຄ້າໂລກ (WTO) ໃຫ້ຮູ້ວ່າ ການເຕີບໂຕດ້ານການຄ້າທົ່ວໂລກ ໃນປີນີ້ ໄດ້ມີການໜູນຊ່ວຍຈາກບັນດາຈາກບັນດາປະເພດສິນຄ້າທີ່ກ່ຽວຂ້ອງເຖິງປັນຍາປະດິດ (AI) ແລະ ກະແສເພີ່ມທະວີສິນຄ້ານຳເຂົ້າ ອາເມລິກາ ກ່ອນທີ່ທ່ານປະທານາທິບໍດີ Donald Trump ປະກາດອັດຕາພາສີຕ່າງໆ.

ລະອຽດ, ໃນບົດລາຍງານຫຼ້າສຸດຂອງຕົນ, WTO ໄດ້ຍົກອັດຕາຄາດຄະເນາການເຕີບໂຕດ້ານການຄ້າທົ່ວໂລກໃນປີ 2025 ນີ້ຂຶ້ນເປັນ 2,4%, ສູງກວ່າຫຼາຍພໍສົມຄວນເມື່ອທຽບໃສ່ການຄາດຄະເນ 0,9% ເມື່ອໄດ້ຍົກອອກມາໃນເດືອນສິງຫາ. ເຖິງຢ່າງໃດກໍຕາມ, ແງ່ຫວັງໃຫ້ແກ່ປີ 2026 ພັດໄດ້ຮັບການຄາດຄະເນວ່າຈະມົວໝອງກວ່າ ຍ້ອນບັນດາຮົ້ວກີດຂວາງພາສີອາກອນຂອງ ອາເມລິກາ ເລີ່ມເສີມຂະຫຍາຍຄຸນປະໂຫຍດ ແລະ ພຽງແຕ່ບັນລຸ 0,5%, ຫຼຸດລົງຫຼາຍເມື່ອທຽບໃສ່ລະດັບການຄາດຄະເນ 1,8% ກ່ອນໜ້ານັ້ນ.

ກ່ຽວກັບການເຕີບໂຕເສດຖະກິດທົ່ວໂລກ, WTO ຄາດຄະເນອາດຈະບັນລຸໄດ້ລະດັບເພີ່ມຂຶ້ນ 2,7% ໃນປີ 2025 ແລະ 2,6% ໃນປີ 2026.


top