ເພື່ອນມິດ ກັບ ຫວຽດນາມ

Wouter Vanhees ແລະ “ຮ່າໂນ້ຍ, ວັນພຸດ, 22 ໂມງ 43 ນາທີ”

ເຮັດວຽກ ຢູ່ສະຖານທູດ ແບນຊິກ ປະຈຳ ຫວຽດນາມ, ທ່ານWouter Vanhees ມີຄວາມຫຼົງໄຫຼ ກັບການຖ່າຍຮູບ ແລະ ເມື່ອມໍ່ໆ ນີ້, ເພິ່ນ ໄດ້ສະເໜີ ປຶ້ມຮູບຫົວໜຶ່ງ ມີຫົວຂໍ້ “ຮ່າໂນ້ຍ, ວັນພຸດ, 22 ໂມງ 43 ນາທີ” ໜາ 144 ໜ້າ ພ້ອມກັບຮູບ 70 ໃບ. ປຶ້ມຮູບຫົວນີ້ ຈະພາ ທ່ານ ໄປສຳຜັດ ກັບນະຄອນຫຼວງ ຮ່າໂນ້ຍ ໃນຍາມຄໍ່າຄືນ ເຕັມໄປ ດ້ວຍ ແສງສະຫວ່າງ ຂອງ ດອກໄຟນີອອນ ແລະ ປ່ອງຢ້ຽມ ສອດ ສ່ອງແສງສະຫວ່າງອອກມາ ໃນຍາມຄໍ່າຄືນ. ເປັນນະຄອນຫຼວງ ທີ່ມີ ຄວາມລື້ງເຄີຍ ແຕ່ມີຈຸດແຕກຕ່າງ ພາຍໃຕ້ຄວາມສັງເກດ ຂອງ ທ່ານ  Wouter Vanhees.
ມາຫວຽດນາມ ເມື່ອປີ 2015, ພາຍຫຼັງການເຮັດວຽກ ໃນທຸກໆ ມື້, ທ່ານ Wouter Vanhees ໄດ້ຖືກ້ອງຖ່າຍຮູບໄປທ່ຽວ ແລະ ບັນທຶກ ໄວ້ ບັນດາຮູບພາບ ທີ່ຕົນເອງປະສົບເຫັນ ໃນທ້ອງຖະໜົນ. ເມື່ອ ມີ ຄວາມຫຼົງໄຫຼກັບການຖ່າຍຮູບ, ເພິ່ນໄປລົງທະບຽນ ຮຽນກ່ຽວກັບ ຂົງ ເຂດດັ່ງກ່າວ ຜ່ານທາງອອນລາຍ. ເມື່ອໄດ້ຮູ້ ທ່ານ Wouter Vanhees ຢາກປະຕິບັດ ປະມວນຮູບພາບຊຸດໜຶ່ງ ກ່ຽວກັບ ອາຄານ ຫຼາຍຫຼັງ ທີ່ເພິ່ນໄດ້ຖ່າຍ ໃນເວລາ ໄປປະຕິບັດໜ້າທ່ີຢູ່ນະຄອນ ໂຮ່ຈີມິນ, ຜູ້ນຳພາຫ້ອງຮຽນ ຈຶ່ງເວົ້າກັບເພິ່ນວ່າ ເພິ່ນຄວນປະຕິບັດ ຊຸດປະມວນ ຮູບພາບ ກ່ຽວກັບ ຮ່າໂນ້ຍ ເພາະວ່າ ນີ້ເປັນບ່ອນທີ່ເພິ່ນ ພວມຢູ່ ແລະ ເຮັດວຽກ. 
 

Wouter Vanhees ທີ່ສະຖານທູດ ແບນຊິກ ປະຈຳ ຫວຽດນາມ. ພາບ: Wouter Vanhees.


ມູມໜຶ່ງໃນງານວາງສະແດງຮູບພາບ “ຕູບຢູ່ຊົ່ວຄາວ ຂອງ ກຳມະກອນ ຢູ່ໂຄງການກໍ່ສ້າງ ຫຼາຍແຫ່ງໃນ ຮ່າ ໂນ້ຍ”. ພາບ: ກົງດາດ/VNP


ບັນດາທ່ານຜູ້ຊົມມາເຂົ້າຮ່ວມໃນງານວາງສະແດງຂອງທ່ານ Wouter Vanhees. ພາບ: ກົງດາດ/VNP


... ແລະ ຊົມເບິ່ງ ບັນດາຮູບພາບທີ່ໄດ້ວາງສະແດງຢູ່ທີ່ນີ້.ພາບ: ກົງດາດ/VNP

ເພາະສະນັ້ນ, ໃນເວລາ 21 ໂມງ ຂອງ ທຸກໆ ວັນພຸດ, ທ່ານ Wouter Vanhees ຈະຖືກ້ອງຖ່າຍຮູບອອກໄປ ແລະ ຂີ່ລົດຕາມຖະໜົນ ຫຼາຍ ສາຍ ຢູ່ນະຄອນຫຼວງ ຮ່າໂນ້ຍ. ຢູ່ແຕ່ລະມູມ, ເພິ່ນ ຈະຖ່າຍ ໃນໄລ ຍະໃກ້ ແລະ ໄກ ຫຼື ລໍຖ້າ ຊ່ວງເວລາ ທີ່ແຕກຕ່າງ ເພື່ອສ້າງຄວາມ ແຕກຕ່າງ ໃນພາບຖ່າຍ. 

“ຍາກທີ່ຈະກຳໄດ້ສະພາບການປ່ຽນແປງຂອງ ຮ່າໂນ້ຍ, ຂ້າພະເຈົ້າ ພຽງແຕ່ຢາກບັນທຶກໄວ້ບັນດາຮູບພາບ ກ່ຽວກັບ ຮ່າໂນ້ຍ ໃນຊ່ວງ ເວລາ ອາໄສ ແລະ ເຮັດວຽກຢູ່ທີ່ນີ້ເທ່ົານັ້ນ”.
(ຊ່າງພາບ Wouter Vanhees)
ທ່ານ Wouter Vanhees ໃຫ້ຮູ້ວ່າ: “ທຳອິດ, ຂ້າພະເຈົ້າຢາກປະຕິບັດປະມວນ ຮູບພາບຊຸດໜຶ່ງ ກ່ຽວກັບຊ່າງກໍ່ສ້າງ ເມື່ອໄດ້ມາຢ້ຽມຢາມ ບ່ອນພັກ ຊົ່ວຄາວ ຂອງພວກເຂົາ. ນັ້ນເປັນເລື່ອງທີ່ໜ້າຈັບໃຈ ແຕ່ກໍ່ຫຍຸ້ງຍາກຫຼາຍ ເພາະວ່າ ຕ້ອງມີການໂອ້ລົມກັນ ເພື່ອສ້າງຄວາມເຊື່ອໝັ້ນເຊ່ິງກັນ ແລະ ກັນ. ແຕ່ຍ້ອນ ພາສາບໍ່ຄືກັນ, ສະນັ້ນຂ້າພະເຈົ້າຈຶ່ງ ຕັດ ສິນໃຈ ຖ່າຍຮູບກ່ຽວກັບ ອາດພາດເມັນ ຫຼື ເຮືອນຫຼາຍຫຼັງ ໃຫ້ແກ່ ຊຸດປະມວນພາບຖ່າຍຂອງຕົນ”. 

ໜຶ່ງໃນບັນດາເລື່ອງທີ່ປະທັບໃຈ ໃນເວລາໄປຖ່າຍຮູບ ກ່ຽວກັບເຮືອນ ຢູ່ ຮ່າໂນ້ຍ ຂອງທ່ານ  Wouter Vanhees ແມ່ນຕ້ອງຂຶ້ນເຮືອນ ຫຼາຍ ຫຼັງ ທີ່ພວມກໍ່ສ້າງ. ເຖິງຈະມືດ ແລະ ອັນຕະລາຍ, ແຕ່ເພິ່ນ ໄດ້ບັນ ທຶກຮູບພາບ ຫຼາຍໃບ ກ່ຽວກັບຄວາມສັບສົນໃນການກໍ່ສ້າງ ແລະ ມີ ຄວາມສູງພໍດີ ເພື່ອຖ່າຍຮູບເຮືອນຫຼັງອື່ນ ໃນຍາມຄໍ່າຄືນ. 

ຫຼັງຈາກ ທ່ານ Wouter Vanhees ພ້ອມກັບເພື່ອນຂອງຕົນ ຈັດງານ ວາງສະແດງຮູບພາບ “Cities in transition” ເມື່ອ ປີ 2019 ຢູ່ ຖະ ໜົນ ດັ້ງຖາຍມາຍ (ເມືອງ ໄຕໂຮ່, ຮ່າໂນ້ຍ), ຮູບພາບຈຳນວນໜຶ່ງ ຂອງເພິ່ນ ໄດ້ພິມລົງໃນວາລະສານຫຼາຍສະບັບຄື Washington Post, Vice… ເມື່ອຕັດສິນໃຈ ຈະປະຕິບັດ ປຶ້ມຮູບ “ຮ່າໂນ້ຍ, ວັນ ພຸດ, 22 ໂມງ 43 ນາທີ” ເມື່ອປີ 2020, ໂຮງພິມແຫ່ງໜຶ່ງ ຂອງ ເຢຍລະມັນ ຢາກເຊີນ ທ່ານ Wouter Vanhees ມາຮ່ວມງານ ແຕ່ ຍ້ອນໄລຍະໄກທາງພູມສາດ ກໍ່ຄືລາຍຈ່າຍໃຫ້ການພິມຈຳໜ່າຍ, ເພິ່ນຈຶ່ງ ຕັດສິນໃຈຮ່ວມມືກັບ MATCA ຫວຽດນາມ. ເພິ່ນໃຫ້ຮູ້ວ່າ: “ຂ້າພະເຈົ້າ ຄິດວ່າ MATCA ເປັນຄົນ ຫວຽດນາມ ຈະມີຄວາມເຂົ້າ ໃຈ ກ່ຽວກັບ ຫົວຂໍ້ຂອງປຶ້ມຮູບຫຼາຍກວ່າ. ອີກດ້ານໜຶ່ງ, ຫ້ອງການເຮັດວຽກຂອງຂ້າພະເຈົ້າ ກໍ່ໃກ້ກັບຫ້ອງການຂອງ MATCA, ສະນັ້ນພວກຂ້າພະເຈົ້າຈະປຶກສາຫາລື ແລະ ແລກປ່ຽນ ບົດຮຽນ ໄດ້ງ່າຍກວ່າ”. 

ຫຼັງຈາກຄັດເລືອກເອົາຮູບພາບ 300 ໃບ, ທ່ານ Wouter Vanhees ພ້ອມກັບ ພະນັກງານ ຂອງ MATCA ໄດ້ຄິດໄລ່ຂະໜາດ, ຈຳນວນ ໜ້າ ແລະ ຈຳນວນຮູບ ທີ່ຈະນຳໃຊ້ໃນການຜະລິດປຶ້ມຮູບ. ສຸດທ້າຍ, ທ່ານ Wouter Vanhees ແລະ MATCA ຕັດສິນໃຈ ຕັ້ງຊື່ໃຫ້ ປຶ້ມຮູບ ຫົວນີ້ວ່າ “ຮ່າໂນ້ຍ, ວັນພຸດ, 22 ໂມງ 43 ນາທີ” ໜາ 144 ໜ້າ ພ້ອມກັບຮູບ 70 ໃບ, ໄດ້ຖືກຄັດເລືອກ ລຽງຕາມ ຈຸດຄ້າຍຄືກັນກ່ຽວກັບ ສີສັນ, ຄວາມຮູ້ສຶກ, ການປ່ຽນແປງ ຂອງ ນະຄອນ ຮ່າໂນ້ຍ. ຍ້ອນໄດ້ ອອກແບບ ຢ່າງອິດສະຫຼະ, ສະນັ້ນ ເມື່ອຊົມປຶ້ມຫົວນີ້, ທ່ານຜູ້ຊົມຈະພົບເຫັນຮູບພາບ ຫຼາຍໃບ ໄດ້ຈັດວາງຢູ່ເບື້ອງຊ້າຍ, ເບື້ອງຂວາ, ບາງເທື່ອໄດ້ຈັດວາງ ເຕັມທັງສອງໜ້າ, ແຕ່ບາງເທື່ອມີຫຼາຍບ່ອນວ່າງເປົ່າ ເພື່ອໃຫ້ສາຍຕາຂອງຜູ້ຊົມ ໄດ້ພັກຜ່ອນ.

ຮູບພາບຈໍານວນໜຶ່ງ ກ່ຽວກັບ ຮ່າໂນ້ຍ ໄດ້ພິມຈຳໜ່າຍໃນປຶ້ມຮູບ “ຮ່າໂນ້ຍ, ວັນພຸດ, 22 ໂມງ 43 ນາທີ” ຂອງ Wouter Vanhees. ພາບ: Wouter Vanhees














ບົດ: ເງິນຮ່າ - ພາບ: ກົງດາດ ແລະ Wouter Vanhees

top