ຂ່າວສານ

World Cup ຍິງ 2023: ໜັງ​ສື​ພິມ ອາ​ເມ​ລິ​ກາ ສະ​ແດງ​ຄວາມ​ປ​ະ​ທັບ​ໃຈ​ຕໍ່​ການ​ພັດ​ທະ​ນາ​ຂອງ​ທິມ​ບານ​ເຕະ​ຍິງ ຫວຽດ​ນາມ

ການເຂົ້າຮ່ວມ World Cup ຍິງ 2023 ແມ່ນວິທີເພື່ອໃຫ້ທິມບານເຕະຍິງ ຫວຽດນາມ ສະແດງຄວາມເອກອ້າງທະນົງໃຈແຫ່ງຊາດ ແລະ ຢັ້ງຢືນຜົນງານທາງດ້ານກິລາຂອງ ຫວຽດນາມ ໃນເວທີແຂ່ງຂັນສາກົນ.

 

ວັນທີ 17 ກໍລະກົດ, ໜັງສືພິມ The New York Times ໄດ້ລົງບົດຂຽນຂອງນັກຂຽນ Jere Longman ໂດຍສະແດງຄວາມປະທັບໃຈຕໍ່ການພັດທະນາຂອງກິລາບານເຕະຍິງ ຫວຽດນາມ. ໃນບົດຂຽນ, ຜູ້ຂຽນ ໄດ້ເນັ້ນໜັກວ່າ ການປະກົດຕົວຂອງທິມບານເຕະຍິງ ຫວຽດນາມ - ເຊິ່ງເປັນ 1 ໃນ 8 ທິມເຂົ້າຮ່ວມ World Cup ຍິງ 2023 ຄັ້ງທຳອິດ ໄດ້ເປັນການພິສູດໃຫ້ເຫັນການພັດທະນາຢ່າງໄວວາຂອງບານເຕະຍິງ ຫວຽດນາມ. ນັກຂຽນກໍໄດ້ຢັ້ງຢືນວ່າ: ການເຂົ້າຮ່ວມ World Cup ຍິງ 2023 ແມ່ນວິທີເພື່ອໃຫ້ທິມບານເຕະຍິງ ຫວຽດນາມ ສະແດງຄວາມເອກອ້າງທະນົງໃຈແຫ່ງຊາດ ແລະ ຢັ້ງຢືນຜົນງານທາງດ້ານກິລາຂອງ ຫວຽດນາມ ໃນເວທີແຂ່ງຂັນສາກົນ.

ນັກກິລາ 6 ຄົນ ຂອງ ອາຊີ ທີ່ເປັນໜ້າຊົມທີ່ສຸດ ໃນ World Cup ຍິງ 2023 (ພາບ: AFC)

ກ່ຽວຂ້ອງເຖິງເຫດການນີ້, ຫວ່າງມໍ່ໆມານີ້, ສະຫະພັນບານເຕະໂລກ (FIFA) ຫາກໍຄັດເລືອກເອົານັກກິລາ 6 ຄົນ ຂອງ ອາຊີ ທີ່ເປັນໜ້າຊົມທີ່ສຸດ ໃນ World Cup ຍິງ 2023, ໃນນັ້ນ ມີນັກກິລາ ແທັງຫຍາ ຂອງທິມນັກກິລາບານເຕະຍິງ ຫວຽດນາມ. ນັກກິລາ 5 ຄົນຍັງເຫຼືອ ແມ່ນ ໄດ້ແກ່ ນັກກິລາ Mary Fowler (ອົດສະຕາລີ), Shen Mengyu (ຈີນ), Aoba Fujino (ຍີ່ປຸ່ນ), Casey Phair (ສ.ເກົາຫຼີ) ແລະ Isabella Flanigan (ຟີລິບປິນ).

 


top