ຂ່າວສານ

World Cup 2026: ບັນ​ດາ​ຮູບ​ແບບ AI ຈີນ ແຂ່ງກັນ​ຄາດ​ເດົາ​ໝາກ​ຜົນ World Cup

ເລື່ອງ​ຜັນ​ຂະ​ຫຍາຍ​ຄຸນ​ລັກ​ສະ​ນະ​ພິ​ເສດ​ການ​ຄາດ​ເດົາ​ໝາກ​ຜົນດ້ວຍ AI ນີ້​ໄດ້​ເຮັດ​ໃຫ້ World Cup ປີ​ນີ້ ກາຍ​ເປັນ​ພາກ​ສະ​ໜາມໃໝ່ ໃຫ້​ແກ່​ຄວາມ​ອາດ​ສາ​ມາດພິ​ຈາ​ລະ​ນາ ແລະ ວິ​ເຄາະ​ຂໍ້​ມູນ​ບົນ​ພື້ນ​ຖານ AI ຂອງ ຈີນ.
(ພາບ​ປະ​ກອບ: VGP)

ການ​ແກ້ງ​ແຍ້ງ​ທີ່​ພວມ​ຮ້ອນ​ຂຶ້ນຢູ່​ນອກເດີ່ນ​ແຂ່ງ​ຂັນ World Cup ລະ​ຫວ່າງ​ບັນ​ດາ​ຮູບ​ແບບ​ປັນ​ຍາ​ປະ​ດິດ (AI) ແຖວ​ໜ້າ​ຂອງ ຈີນ, ເມື່ອ​ບັນ​ດາ​ຮູບ​ແບບ​ນີ້​ພວມ​ໄດ້​ຮັບ​ການ​ທົດ​ລອງ​ເພື່ອ​ຄາ​ດ​ເດົາ​ໝາກ​ຜົນ​ຂອງ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ກິ​ລາ​ໃຫຍ່​ສຸດ​ໃນ​ໂລກ.

ເລື່ອງ​ຜັນ​ຂະ​ຫຍາຍ​ຄຸນ​ລັກ​ສະ​ນະ​ພິ​ເສດ​ການ​ຄາດ​ເດົາ​ໝາກ​ຜົນດ້ວຍ AI ນີ້​ໄດ້​ເຮັດ​ໃຫ້ World Cup ປີ​ນີ້ ກາຍ​ເປັນ​ພາກ​ສະ​ໜາມໃໝ່ ໃຫ້​ແກ່​ຄວາມ​ອາດ​ສາ​ມາດພິ​ຈາ​ລະ​ນາ ແລະ ວິ​ເຄາະ​ຂໍ້​ມູນ​ບົນ​ພື້ນ​ຖານ AI ຂອງ ຈີນ.

ໃນ​ເຫດ​ການ​ໜຶ່ງ​ທີ່​ກ່ຽວ​ຂ້ອງ, World Cup 2026 ບໍ່​ພຽງ​ແຕ່​ແມ່ນ​ວັນ​​ມະ​ຫາ​ກຳ​ບານ​ເຕະ​ໃຫຍ່​ສຸດ​ໃນ​ໂລກ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເປັນ​ເຫດ​ການ​ໜຶ່ງ ທີ່​ປະ​ເທດ​ເຈົ້າ​ພາບ ອາ​ເມ​ລິ​ກາ ເລືອກ​ເອົາຄື​ເປັນ​ສ່ວນ​ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ສ​ະ​ຖາ​ປະ​ນາ​ປະ​ເທດ​ຄົບ​ຮອບ 250 ປີ (1776 – 2026).


top