ຂ່າວສານ

World Cup 2026: Messi ສ້າງ​ຂີດ​ໝາຍ​ປະ​ຫວັດ​ສາດ​ໃນ World Cup

Messi ກໍ​ກາຍ​ເປັນ​ນັກ​ກິ​ລາ​ຜູ້​ທີ 2 ທີ່ຍິງ​ບານ​ເຂົ້າ​ປະ​ຕູ​ໃນການ​ແຂ່ງ​ຂັນ World Cup 5 ຄັ້ງ, ພ້ອມ​ກັບ Cristiano Ronaldo (ປ​ອັກ​ຕຸຍ​ການ).

ວັນ​ທີ 17 ມິ​ຖຸ​ນາ, Lionel Messi ສືບ​ຕໍ່​ຂຽນໃນ​ໜ້າ​ປະ​ຫວັດ​ສາດ ເມື່ອ​ກາຍ​ເປັນ​ນັກ​ກິ​ລາ​ບານ​ເຕະ​ທຳ​ອິດ​ທີ່​ເຂົ້າ​ຮ່ວມການ​ແຂ່ງ​ຂັນ​ World Cup ເຖິງ 6 ຄັ້ງ, ດ້ວຍ​ຈຳ​ນວນ​ນັດ​ແຂ່​ງ​ຂັນ​ທັງ​ໝົດ ໃຫ້​ແກ່​ທິມ​ບານ​ເຕະ ອາກ​ຊັງ​ຕິນ ເຖິງ 200 ນັດ ພາຍຫຼັງ​ນັດ​ແຂ່ງ​ຂັນ​ກັບ ອານ​ເຊ​ຣີ ແລະ ຍິງ​ບານ​ເຂົ້າ​ປະ​ຕູ​ຢ່າງ​ສວຍ​ງາມ, ຊ່ວຍ​ໃຫ້ Albiceleste ​ຂຶ້ນນຳ​ໜ້າ​ທິມ​ຕາງ​ໜ້າ ອາ​ຟະ​ລິ​ກາ.

Messi ກໍ​ກາຍ​ເປັນ​ນັກ​ກິ​ລາ​ຜູ້​ທີ 2 ທີ່ຍິງ​ບານ​ເຂົ້າ​ປະ​ຕູ​ໃນການ​ແຂ່ງ​ຂັນ World Cup 5 ຄັ້ງ, ພ້ອມ​ກັບ Cristiano Ronaldo (ປ​ອັກ​ຕຸຍ​ການ). ຂີດ​ໝາຍ​ພິ​ເສດ​ນີ້ ຊ່ວຍ​ໃຫ້ Messi ​ຂຶ້ນ​ກາຍ​ໜ້ານັກ​ກິ​ລາຫຼາຍ​ຄົນ ທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນໃນ World Cup 5 ຄັ້ງ: ເຊັ່ນ: Cristiano Ronaldo, Lothar Matthäus (​ເຢຍ​ລະ​ມັນ), Rafael Márquez (ເມັກ​ຊີ​ໂກ) ຫຼື Antonio Carbajal (ເມັກ​ຊີ​ໂກ).


top