FIFA ໄດ້ສົມທົບກັບທະນາຄານພັດທະນາສະຫະລັດ ອາເມລິກາ ແລະ ສະຫະພັນບານເຕະ ເມັກຊີໂກ ເລີ່ມດຳເນີນໂຄງການ FIFA Arena ດ້ວຍເປົ້າໝາຍກໍ່ສ້າງ 8 ເດີນກິລາບານເຕະຂະໜາດນ້ອຍຢູ່ບັນດາເຂດຕົວເມືອງ ແລະ ຊົນນະບົດ ເມັກຊີໂກ ກ່ອນທ້າຍປີ 2026.
ບັນຍາກາດສະໜາມກິລາ Monterrey, Monterrey, ເມັກຊີໂກ ໃນວັນທີ 20/6/2026. (ພາບ: REUTERS/Raquel Cunha)
ໃນສະພາບການ World Cup 2026 ພວມດຳເນີນຢ່າງຟົດຟື້ນໃນບັນດາເດີ່ນກິລາ ອາເມລິກາເໜືອ (ຢູ່ ອາເມລິກາ, ການາດາ ແລະ ເມັກຊີໂກ), ສະຫະພັນບານເຕະໂລກ (FIFA) ໄດ້ເລີ່ມມຸ່ງໄປເຖິງບັນດາຄຸນຄ່າທີ່ມີລັກສະນະຍາວນານ ພາຍຫຼັງການແຂ່ງຂັນ ດ້ວຍການຜັນຂະຫຍາຍໂຄງການກໍ່ສ້າງບັນດາເດີ່ນບານສາທາລະນະຢູ່ ເມັກຊີໂກ.
ອາທິດຜ່ານມາ, FIFA ໄດ້ສົມທົບກັບທະນາຄານພັດທະນາສະຫະລັດ ອາເມລິກາ ແລະ ສະຫະພັນບານເຕະ ເມັກຊີໂກ ເລີ່ມດຳເນີນໂຄງການ FIFA Arena ດ້ວຍເປົ້າໝາຍກໍ່ສ້າງ 8 ເດີນກິລາບານເຕະຂະໜາດນ້ອຍຢູ່ບັນດາເຂດຕົວເມືອງ ແລະ ຊົນນະບົດ ເມັກຊີໂກ ກ່ອນທ້າຍປີ 2026. ຂໍ້ລິເລີ່ມຂອງ FIFA ເພື່ອແນໃສ່ເປີດກວ້າງໂອກາດເຂົ້າເຖິງກິລາໃນຊຸມຊົນ, ພິເສດແມ່ນເດັກນ້ອຍ ແລະ ຊາວໜຸ່ມເຍົາວະຊົນ.
ຕາມ FIFA ແລ້ວ, ໂຄງການດັ່ງກ່າວກໍແມ່ນສ່ວນໜຶ່ງໃນຍຸດທະສາດສ້າງບັນດາການກະທົບທີ່ຕັ້ງໜ້າຍາວນານໃຫ້ແກ່ບັນດາປະເທດເປັນເຈົ້າພາບຈັດ World Cup ອີກດ້ວຍ.