ຂ່າວສານ

World Cup 2026: ​ບໍ​ລິ​ສັດຮ່ວມ​ທຸ​ລະ​ກິດ​ຂອງ Viettel ຢູ່​ລາວ ຖື​ກຳ​ມະ​ສິດ​ອອກ​ອາ​ກາດ​​ບັນ​ດາ​ລາຍ​ການ​ແຂ່ງ​ຂັນ World Cup 2026 ຢ່າງ​ເປັນ​ທາງ​ການ

ເພື່ອ​ຮັບ​ໃຊ້​ຜູ້​ຊົມ​ໃຫ້​ດີ​ທີ່​ສຸດ​, Unitel ໄດ້​ຜັນ​ຂະ​ຫຍາຍ​ການອ​ອກ​ອາ​ກາດ​ສົດ​​​ຜ່ານ​ຊ່ອງ​ໂທ​ລະ​ພາບ LaoTV - ເຊິ່ງ​ເປັນ​ແອັບ​ບັນ​ເທິງ​ດີ​ຈີ​ຕອນ ແລະ ລະ​ບົບ​ນິ​ເວດ​ເນື້ອໃນ​ດີ​ຈີ​ຕອນ ໂດຍ​ວິ​ສາ​ຫະ​ກິດ​ຄົ້ນ​ຄວ້າ​ ແລະ ພັດ​ທະ​ນາ​ເອງ.
  ພິ​ທີ​ເປີດ​ໂຕ​ສິດ​​​ຖ່າຍ​ທອດ​ສົດການ​ແຂ່ງ​ຂັນ​ເຕະ​ບານ​ຮອບຊີງ​ຊະ​ນະ​ເລີດ​​ໂລກ 2026 ຢ່າງ​ເປັນ​ທາງ​ການ (ພາບ:TTXVN)  

ຕອນ​ບ່າ​ຍ​ວັນ​ທີ 8 ມິ​ຖຸ​ນາ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ບໍ​ລິ​ສັດ Star Telecom (Unitel) ຈຳ​ກັດ - ເຄື່ອງ​ໝາຍ​ການ​ຄ້າໂທ​ລະ​ຄ​ົມ​ທີ່​ຮ່ວມ​ທຸ​ລະ​ກິດ​ລະ​ຫວ່າງ​ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ - ໂທ​ລະ​ຄົມ​ມະ​ນາ​ຄົມກອງ​ທັບ (Viettel) ຂອງ ຫວຽດ​ນາມ ແລະ ຄູ່​ຮ່ວມ​ມື​ລາວ, ຈັດ​ຕັ້​ງ​ພິ​ທີ​ເປີດ​ຕົວ​ສິດ​​ອອກ​ອາ​ກາດ​ສົດການ​ແຂ່ງ​ຂັນ​ເຕະ​ບານ​ຮອບຊີງ​ຊະ​ນະ​ເລີດ​​ໂລກ 2026 (FIFA World Cup 2026) ຢູ່​ລາວ​ຢ່າງ​ເປັນ​ທາງ​ການ. ເຫດ​ການ​​ເປັນຂີດ​ໝາຍ​ບາດ​ລ້ຽວ​ປະ​ຫວັດ​ສາດ​ເມື່ອ​ເປັນ​ຄັ້ງ​ທຳ​ອິດ​ທີ່​ວິ​ສາ​ຫະ​ກິດ​ໂທ​ລະ​ຄົມ​ຢູ່​ປະ​ເທດ​ລ້ານ​ຊ້າງ ​ເປັ​ນ​ເຈົ້າ​ການ​ເຈ​ລະ​ຈາ​ສຳ​ເລັດ ແລະ ມີ​ລິ​ຂະ​ສິດ​ອອກ​ອາ​ກາດ​World Cup ທັງ​ໝົດ, ພ້ອມ​ທັງ​ນຳ​ຄວາມ​ສຸ​ກ​ຄວາມ​ມ່ວນ​ຊື່ນມາ​ໃຫ້​​ແຟນ​ບານ ເມື່ອ​ຕົກ​ລົງ​ອອ​ກ​ອາ​ກາດ​ໂດຍ​ບໍ່​ເກັບ​ຄ​່າ​​ການ​ແຂ່ງ​ຂັນ​ບານ​ເຕະທັງ​ໝົດ 104 ນັດ​ໃນ​ດິນ​ແດນ​ລາວ ແລະ ໃນ​ທຸກ​ແອັບ​ຟ​ຼີ​ເຄ​ຊັນ​ເຕັກ​ໂນ​ໂລ​ຢີ.

top