ຂ່າວສານ

World Cup 2026: ບັນດາສະຖິຕິອາດຈະໄດ້ສ້າງຄືນໃໝ່ໃນການແຂ່ງຂັນບານເຕະໂລ

ເລື່ອງ​ງານ​ແຂ່ງ​ຂັນ​ປີນີ້​ເປີດກວ້າງ​ເຖິງ 48 ທິມ, ກໍ່​ໝາຍ​ຄວາມ​ວ່າ​ນັດ​ແຂ່ງ​ຂັນ​ກໍ່​ເພີ່ມ​ຂຶ້ນ​ຫຼາ​ຍ​ພໍ​ສົມ​ຄວນ, ເຮັດ​ໃຫ້​ຄວາມ​ສາມ​າດ​ສ້າງ​ຕັ້ງ​ສະ​ຖິ​ຕ​ິ​ໃໝ່​ກ່ຽວ​ກັບ​ການ​ຍິງ​ເຂົ້າ​ປະ​ຕູ​ເກືອບ​ຄື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ພົ້ນ​ເດັນ​​ທີ່​ພວມ​ໄດ້​ລ​້​ໍ​ຖ້າ.
  ໜຶ່ງໃນບັນດາສະຖິຕິທີ່ໜ້າສົນໃຈທີ່ສຸດແມ່ນການຍິງເຂົ້າປະຕູໃນສະໄໝ World Cup ໜຶ່ງ (ພາບ​ປະ​ກອບ: AP/Matt Slocum)  

World Cup 2026 ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາ​ມ​ລໍ​ຄອຍຄື​ດັ່ງ​ງານ​ແຂ່ງ​ຂັນ​ບານ​ເຕະ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ ດ້ວຍ​ເລື່ອງເປັນ​ຄັ້ງ​ທຳ​ອິດ​ມີ 48 ທິມ​ເຂົ້າ​ຮ່ວມເທົ່າ​ນັ້ນ, ຫາກ​ຍັງ​ກາຍ​ເປັນ​ເວ​ທີ​ສະ​ແດງ​ທີ່​ເຫັນ​ປະ​ຈັກ​ຕາ​ຫຼາຍ​ສະ​ຖິ​ຕິ​ມາ​ແຕ່​​ດົນ​ນານ​ຖືກ​ທຳ​ລາຍ. ດ້ວຍ​ນັດ​ແຂ່ງ​ຂັນ​ກວ່າ 104 ນັດ, ມີ​ຫຼາຍ​ຂີດ​ໝາຍ​ກ່ຽວ​ກັບ​ຜົນ​ງານ​ລວມ​ໝູ່ ແລະ ບ​ຸກ​ຄົນ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ໂອ​ກາດ​ໄດ້​ຂຽນ​ຄືນ.

ໜຶ່ງ​ໃນ​ບັນ​ດາ​ສະ​ຖິ​ຕິ​ທີ່​ໜ້າ​ສົນ​ໃຈ​ທີ່​ສຸດ​ແມ່ນການ​ຍິງ​ເຂົ້າ​ປະ​ຕູ​ໃນ​ສະ​ໄໝ World Cup ໜຶ່ງ. ເລື່ອງ​ງານ​ແຂ່ງ​ຂັນ​ປີນີ້​ເປີດກວ້າງ​ເຖິງ 48 ທິມ, ກໍ່​ໝາຍ​ຄວາມ​ວ່າ​ນັດ​ແຂ່ງ​ຂັນ​ກໍ່​ເພີ່ມ​ຂຶ້ນ​ຫຼາ​ຍ​ພໍ​ສົມ​ຄວນ, ເຮັດ​ໃຫ້​ຄວາມ​ສາມ​າດ​ສ້າງ​ຕັ້ງ​ສະ​ຖິ​ຕ​ິ​ໃໝ່​ກ່ຽວ​ກັບ​ການ​ຍິງ​ເຂົ້າ​ປະ​ຕູ​ເກືອບ​ຄື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ພົ້ນ​ເດັນ​​ທີ່​ພວມ​ໄດ້​ລ​້​ໍ​ຖ້າ.

World Cup 2026 ກໍ່​ອາດ​ຈະ​ເຫັນ​ປະ​ຈັກ​ຕາ​ສະ​ຖິ​ຕິ​ພິ​ເສດ​ກ່ຽວ​ກັບ​ຈຳ​ນວນ​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ. Lionel Messi, Cristiano Ronaldo ແລະ ຜູ້​ຮັກ​ສາ​ປະ​ຕູຊາວ ເມັກ​ຊີ​ໂກ Guillermo Ochoa ນອນ​ໃນ​ກຸ່ມ​ນັກ​ກິ​ລາ​ກາຍ​ເປັນ​ຜູ້​ທຳ​ອິດ​ເຂົ້າ​ຮ່ວມ​ຢູ່ 6 ສະ​ໄໝ​ຈັດ World Cup ​ທີ່​ແຕກ​ຕ່າງ​ກັນ, ແມ່ນ​ຜົນ​ງານ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ງານ​ແຂ່ງ​ຂັນ.

​ຕາມ​ຕົວ​ເລກ​ຫຼ້າ​ສຸດ​ຈາກ​ເວັບ​ໄຊໂອນ​ຍ້າຍ​ນັກ​ກິ​ລາ Transfermarkt, ຍອດ​ມູນ​ຄ່າ​​ທິມ​ກິ​ລາ​ຂອງ​ທຸກ​ທິ​ມ​ເຂົ້າ​ຮ່ວມ​ງານ​ແຂ່ງ​ຂັນ​ບັນ​ລຸ​ປະ​ມານ 17,5 ຕື້​ເອີ​ໂລ, ກາຍ​ເປັນ​ສະ​ໄໝ World Cup ມີ​ລາ​ຄາ​ດ້ານ​ການ​ຄ້າ​ໃຫຍ່​ທີ່​ສຸດ​ໃນ​ປະ​ຫວັດ​ສາດ.


top