ຂ່າວສານ

WORLD CUP 2018: ພິທີໄຂຢ່າງຟົດຟື້ນ

      ວັນທີ 14 ມິຖຸນາ, ບານເຕະ World Cup 2018 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສະໜາມກິລາແຫ່ງຊາດ Luzhniki, ນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ. ມີຜູ້ຊົມປະມານ 80.000 ໄດ້ມີໜ້າຢູ່ສະໜາມກິລາເພື່ອເຂົ້າຮ່ວມພິທີໄຂທີ່ໜ້າປະທັບໃຈ ແລະ ຊົມການແຂ່ງຂັນເປີດສາກນັດທຳອິດຂອງ World Cup 2018.

World Cup 2018 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ສະໜາມກິລາແຫ່ງຊາດ Luzhniki
(ພາບ: AP)
      ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ປະທານສະຫະພັນບານເຕະໂລກ (FIFA) Gianni Infantino ໄດ້ເຂົ້າຮ່ວມພິທີໄຂ. ນອກນັ້ນ, ມີແຂກຖືກເຊີນຂອງລັດຖະບານລັດເຊຍ ລວມມີປະທານາທິບໍດີບັນດາປະເທດ: ອາເຊັກໃບຢານ, ເບລາຣຸດ, ໂບລີເວຍ, ກາຊັກສະຖານ…
      ພາຍຫຼັງພິທີໄຂ, World Cup 2018 ໄດ້ເລີ່ມແຂ່ງຂັນດ້ວຍທິມບານເຕະລັດເຊຍ ແລະ ຊະອຸດີອາຣາເບຍ. ໝາກຜົນສຸດທ້າຍ, ທິມບານເຕະລັດເຊຍ ຊະນະ 5 – 0.
      ຮອບຊິງຊະນະເລີດບານເຕະ World Cup 2018 ຈະດຳເນີນໃນລະຫວ່າງວັນທີ 14 ມິຖຸນາ - 15 ກໍລະກົດ ຢູ່ສະໜາມກິລາ 12 ແຫ່ງໃນ 11 ນະຄອນຂອງປະເທດເຈົ້າພາບລັດເຊຍ. ມີທິມບານເຕະ 32 ທິມເຂົ້າຮ່ວມການແຂ່ງຂັນໃນປີນີ້, ດ້ວຍການແຂ່ງຂັນ 64 ຄັ້ງ ຫວັງວ່າຈະສ້າງຄວາມຟົດຟື້ນຫຼາຍຢ່າງໃຫ້ແກ່ຜູ້ຊົມ. 
 (ແຫຼ່ງຄັດຈາກ VOV)
 


top