ຂ່າວສານ

WHO ໃຫ້ສັດຕະຍາບັນ 2 ວິທີການປິ່ນປົວໂຄວິດ-19 ໃໝ່

ໄລ່ຮອດເວລາ 1 ໂມງຂອງວັນທີ 14 ມັງກອນ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 320,6 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5,53 ລ້ານຄົນ.
ຢາພູມຕ້ານທານລວມ Sotrovimab. (ພາບ: The National/TTXVN)

ນັບແຕ່ເວລາ 16 ໂມງຂອງວັນທີ 13 ມັງກອນ ຫາເວລາ 16 ໂມງຂອງວັນທີ 14 ມັງກອນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 16.040 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 4.290 ຄົນ.

ໄລ່ຮອດເວລາ 13 ໂມງ 30 ນາທີຂອງວັນທີ 14 ມັງກອນ, ຫວຽດນາມ ໄດ້ສັກວັກຊິນກັນພະຍາດໂຄວິດ-19 ລວມທັງໝົດ 165.524.173 ເຂັມ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 14 ມັງກອນ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 320,6 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5,53 ລ້ານຄົນ.

        ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກກວດພົບຜູ້ຕິດເຊື້ອພະຍາດລາຍໃໝ່ກວ່າ 3,1 ລ້ານຄົນ, ເປັນມື້ທີ 2 ຢ່າງລຽນຕິດທີ່ຈຳນວນຜູ້ຕິດເຊື້ອພະຍາດລາຍໃໝ່ລື່ນກາຍ 3 ລ້ານຄົນ. ອາເມລິກາ ແມ່ນປະເທດມີຜູ້ຕິດເຊື້ອພະຍາດຫຼາຍກວ່າໝູ່ໃນໂລກ, ຖັດຈາກນັ້ນແມ່ນ ຝລັ່ງ, ອິນເດຍ, ອີຕາລີ, ແອັດສະປາຍ…

        ກ່ຽວຂ້ອງເຖິງວິທີການປິ່ນປົວ, ວັນທີ 14 ມັງກອນ, ອົງການອະນາໄມໂລກ (WHO) ໄດ້ໃຫ້ສັດຕະຍາບັນ 2 ວິທີປິ່ນປົວໂລກລະບາດໂຄວິດ-19 ໃໝ່, ຜ່ານນັ້ນໄດ້ເພີ່ມເຄື່ອງມືປາຍແຫຼມ ພ້ອມກັບວັກຊິນທີ່ພວມມີຢູ່ແລ້ວ ເພື່ອສະກັດກັ້ນຄວາມສ່ຽງເຈັບໜັກ ແລະ ເສຍຊີວິດໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ-19. 2 ວິທີປິ່ນປົວດັ່ງກ່າວລວມມີ ການນຳໃຊ້ຢາປິ່ນປົວອັກເສບຂໍ້ກະດູກມີພາກສ່ວນ Baricitinib ແລະ ນຳໃຊ້ຢາພູມຕ້ານທານລວມ Sotrovimab.\

(ແຫຼ່ງຄັດຈາກ VOV)


top