ຂ່າວສານ

WHO ໃຫ້ຂໍ້ສັງເກດກ່ຽວກັບສາຍເຫດທີ່ພາໃຫ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ເອີລົບ ເພີ່ມຂຶ້ນຄືນໃໝ່

ໄລ່ຮອດຕອນເຊົ້າວັນທີ 23 ມີນາ, ທົ່ວໂລກຜູ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 473,7 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 6,1 ລ້ານຄົນ.

ໄລ່ຮອດຕອນເຊົ້າວັນທີ 23 ມີນາ, ທົ່ວໂລກຜູ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 473,7 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 6,1 ລ້ານຄົນ.

    

(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 23 ມີນາ, ທົ່ວໂລກຜູ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 473,7 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 6,1 ລ້ານຄົນ. ສະເພາະໃນຮອບເວລາ 24 ຊົ່ວໂມງຜ່ານມາ, ສ.ເກົາຫຼີ ນຳໜ້າໂລກກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດລາຍໃໝ່ ດ້ວຍຫຼາຍກວ່າ 353,7 ພັນຄົນ; ຖັດຈາກນັ້ນແມ່ນ ເຢຍລະມັນ ແລະ ຝລັ່ງ. ໃນຂະນະນັ້ນ, ອາເມລິກາ ຢືນແຖວໜ້າກ່ຽວກັບຈຳນວນຜູ້ເສຍຊີວິດໃໝ່; ຖັດຈາກນັ້ນແມ່ນ ລັດເຊຍ ແລະ ບຣາຊິນ. ປະຈຸບັນ, ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດໃນໂລກ.

ທ່ານຜູ້ອຳນວຍການອົງການອະນາໄມໂລກ (WHO) ຮັບຜິດຊອບພາກພື້ນ ເອີລົບ Hans Kluge ໃຫ້ຮູ້ວ່າ, ຢູ່ພາກພື້ນ ເອີລົບ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ໄດ້ເພີ່ມຂຶ້ນຢູ່ 18/53 ປະເທດ ແລະ ເຂດແຄ້ວນຕາມການຈັດແບ່ງຂອງ WHO. ສາຍເຫດທີ່ພາໃຫ້ມີຜູ້ຕິດເຊື້ອເພີ່ມຂຶ້ນ ອາດແມ່ນຍ້ອນໄວຣັດສາຍພັນໃໝ່ Omicron ຕິດແປດງ່າຍກວ່າເມື່ອທຽບໃສ່ໄວຣັດສາຍພັນອື່ນໆ.

(ແຫຼ່ງຄັດຈາກ VOV)


top