ຂ່າວສານ

WHO: ໂຄວິດ-19 ຍັງຄົງແມ່ນບັນຫາດ້ານສາທາລະນະສຸກຮີບດ່ວນໃນທົ່ວໂລກ

      ວັນທີ 01 ພຶດສະພາ, ອົງການອະນາໄມໂລກຢັ້ງຢືນວ່າ: ໂລກລະບາດໂຄວິດ-19 ຍັງຄົງແມ່ນບັນຫາດ້ານສາທາລະນະສຸກຮີບດ່ວນທົ່ວໂລກ, ພ້ອມທັງສະແດງໃຫ້ເຫັນຄວາມວິຕົກກັງວົນພິເສດກ່ຽວກັບຜົນກະທົບຂອງໂລກລະບາດດັ່ງກ່າວ ຕໍ່ບັນດາປະເທດທີ່ມີລະບົບສາທາລະນະສຸກອ່ອນແອ.

(ພາບປະກອບ) 
      ພາຍຫລັງຄະນະກຳມະການສຸກເສີນຂອງອົງການອະນາໄມໂລກ ສະເໜີການຖະແຫຼງໂລກລະບາດໂຄວິດ-19 ແມ່ນບັນຫາສາທາລະນະສຸກຮີບດ່ວນທົ່ວໂລກມາເປັນເວລາ 3 ເດືອນ, ທ່ານ Tedros Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກຖືວ່າ: ໂລກລະບາດດັ່ງກ່າວ ໄດ້ເລີ່ມເພີ່ມຂຶ້ນຢູ່ບັນດາປະເທດທີ່ມີລະບົບສາທາລະນະສຸກອ່ອນແອ, ພ້ອມທັງສະແດງໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບໂລກລະບາດອື່ນໆ ສາມາດແຜ່ລະບາດຂຶ້ນ ຍ້ອນຄວາມລະເຫຼີງ ຕໍ່ໂຄວິດ-19. ອົງການອະນາໄມໂລກ ໃຫ້ຮູ້ວ່າ: ພວມສືບຕໍ່ຮ່ວມມືກັບບັນດາປະເທດ ແລະ ຄູ່ຮ່ວມມື ເພື່ອຮັບປະກັບການເຄື່ອນໄຫວໄປ-ມາທີ່ຈຳເປັນ ແນໃສ່ຮັບມືກັບໂລກລະບາດ, ບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳ ແລະ ຂົນສົ່ງສິນຄ້າ, ຄ່ອຍໆເຄື່ອນໄຫວໄປມາເປັນປົກກະຕິແລ້ວ.
 (ແຫຼ່ງຄັດຈາກ VOV)


top