ຂ່າວສານ

WHO ເນັ້ນໜັກຄວາມສຳຄັນຂອງວັກຊິນ ໃນຂະນະທີ່ໄຂ້ຫວັດ ແລະ ໂຄວິດ -19 ເກີດຂຶ້ນພ້ອມກັນ

ອີກເທື່ອໜຶ່ງ, 53 ປະເທດສະມາຊິກ WHO ຢູ່ພາກພື້ນນີ້ກາຍເປັນຈຸດໃຈກາງຂອງ ໂຄວິດ - 19
  ພາບປະກອບ   
ໃນສະພາບໃກ້ຈະກ້າວເຂົ້າສູ່ລະດູໜາວໃກ້ຈະວຽນມາ, ວັນທີ 24 ຕຸລາ, ອົງການອະນາໄມໂລກ (WHO) ເນັ້ນໜັກ ບັນດາປະເທດຕ້ອງມີສະຕິລະວັງຕົວໃນຂະນະທີ່ຈຳນວນກໍລະນີຕິດໂຄວິດ -19 ແລະ ໄຂ້ຫວັຕາມລະດູດພວມເພີ່ມຂຶ້ນຢູ່ ເອີລົບ, ພ້ອມທັງລະດົມໃຫ້ທຸກຄົນສັກວັກຊິນກັນພະຍາດ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Hans Kluge, ຜູ້ອຳນວຍການ WHO ໃຫ້ຮູ້ວ່າ: ອີກເທື່ອໜຶ່ງ, 53 ປະເທດສະມາຊິກ WHO ຢູ່ພາກພື້ນນີ້ກາຍເປັນຈຸດໃຈກາງຂອງ ໂຄວິດ - 19. ນັບແຕ່ຕົ້ນເດືອນກັນຍາຜ່ານມາ, ຈຳນວນກໍລະນີຕິດໂຄວິດ - 19 ຢູ່ເອີລົບໄດ້ເພີ່ມຂຶ້ນທົບ 3 ເທົ່າ. ໃນອາທິດທີ 2 ຂອງເດືອນຕຸລາ, ເອີລົບກວມເອົາ 60% ກໍລະນີຜູ້ຕິດເຊື້ອໃໝ່ ແລະ 42% ກໍລະນີຜູ້ເສຍຊີວິດຍ້ອນໂຄວິດ -19 ໃນທົ່ວໂລກ. ພ້ອມກັນນັ້ນ, ຈຳນວນກໍລະນີຕິດໄຂ້ຫວັດກໍ່ເພີ່ມຂຶ້ນຢ່າງແຮງ. ທ່ານ Hans Kluge ກ່າວເຕືອນດ້ານສຸຂະພາບຂອງບາງກຸ່ມຄົນ, ເຊິ່ງລວມມີ ຜູ້ອາຍຸສູງ, ຜູ້ມີພູມຕ້ານທານຕ່ຳ, ແມ່ຍິງຖືພາ ແລະ ເດັກແດງ ທີ່ມີຄວາມສ່ຽງສູງໃນການຕິດໄຂ້ຫວັດ ແລະ ພະຍາດ ໂຄວິດ ທີ່ພວມເກີດຂຶ້ນ.

top