ຂ່າວສານ

WHO ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ການ​ປະ​ຕິ​ຮູບ​ທີ່​ຈຳ​ເປັນ​ເພື່ອ​ກະ​ກຽມ​ໃຫ້​ແກ່​ໂລກ​ລະ​ບາດ​ຄັ້ງ​ຕໍ່​ໄປ

ທ່ານຜູ້ອຳນວຍການ WHO Tedros Adhanom Ghebreyesus ເນັ້ນໜັກວ່າ: ນີ້ຈະແມ່ນປະຫວັດສາດ ແລະ ຂີດໝາຍສຳຄັນຕໍ່ການເຄື່ອນໄຫວຂອງ WHO ໃນ 2 ປີຈະມາເຖິງ
  ສຳນັກງານໃຫຍ່ຂອງອົງການອະນາໄມໂລກ (ພາບ: AFP/TTXVN)  
ວັນທີ 22 ພຶດສະພາ, ບັນດາປະເທດສະມາຊິກຂອງອົງການອະນາໄມໂລກ  (WHO) ໄດ້ຮັບຮອງເອົາບ້ວງງົບປະມານທີ່ມີມູນຄ່າກ່ວາ 6,8 ຕື້ USD ໃຫ້ແກ່ ສອງປີການເງິນໃໝ່, ລວມມີການເພີ່ມຂຶ້ນ 20%ຄ່າທຳນຽບແບບບັງຄັບ. ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ ສາທາລະນະສຸກ ໂລກ ປະຈຳປີ ທີ່ແກ່ຍາວເປັນເວລາ 10 ມື້ ທີ່ພວມດຳເນີນຢູ່ ເຊີແນວ, ສະວິດ, ກົງກັບວັນສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງອົງການນີ້, ທ່ານຜູ້ອຳນວຍການ WHO Tedros Adhanom Ghebreyesus ເນັ້ນໜັກວ່າ: ນີ້ຈະແມ່ນປະຫວັດສາດ ແລະ ຂີດໝາຍສຳຄັນຕໍ່ການເຄື່ອນໄຫວຂອງ WHO ໃນ 2 ປີຈະມາເຖິງ, ທ່ານຕີລາຄາສູງຄວາມມານະພະຍາຍາມລວມກໍ່ຄື ຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດສະມາຊິກທີ່ມີຕໍ່ WHO ແລະ ໃຫ້ຄຳໝັ້ນສັນຍາຈະເຮັດທຸກສິ່ງທຸກຢ່າງເພື່ອໃຫ້ອົງການນັບມື້ນັບດີກ່ວາເກົ່າ. ທ່ານ Tedros Adhanom Ghebreyesus ຮຽກຮ້ອງໃຫ້ບັນດາປະເທດປະຕິບັດບັນດາການປະຕິຮູບທີ່ຈຳເປັນເພື່ອກະກຽມໃຫ້ແກ່ໂລກລະບາດຄັ້ງຕໍ່ໄປ ແລະ ເຄົາລົບບັນດາຄຳໝັ້ນສັນຍາ, ເພື່ອເພີ່ມທະວີດ້ານການເງິນໃຫ້ແກ່ອົງການການແພດຂອງ ສປຊ.

top