ຂ່າວສານ

WHO ຮຽກຮ້ອງໃຫ້ເປີດກວ້າງການສັກວັກຊິນໂດຍໄວ

ໃນຮອບເວລາ 24 ຊົ່ວໂມງຜ່ານມາ ໄລ່ຮອດເວລາ 1 ໂມງຂອງວັນທີ 18 ມີນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກກວ່າ 1,88 ລ້ານຄົນ
  (ພາບປະກອບ: THX/TTXVN)  

 ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ ໄລ່ຮອດເວລາ 1 ໂມງຂອງວັນທີ 18 ມີນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກກວ່າ 1,88 ລ້ານຄົນ, ຍົກຈຳນວນຜູ້ຕິດເຊື້ອພະຍາດທັງໝົດແມ່ນກວ່າ 465.6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 6 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ເອີລົບ ແມ່ນພາກພື້ນຖືກຜົນສະທ້ອນຫຼາຍກວ່າໝູ່ ດ້ວຍຜູ້ຕິດເຊື້ອກວ່າ 167,6 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 1,7 ລ້ານຄົນ. ອາຊີ ຢືນອັນດັບທີ 2 ດ້ວຍຜູ້ຕິດເຊື້ອກວ່າ 129,6 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 1,3 ລ້ານຄົນ.

ສ່ວນຢູ່ ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ວັນທີ 18 ມີນາ ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 163.174 ຄົນ, ຢູ່ 62 ແຂວງ, ນະຄອນ, ຫຼຸດລົງ 10.000 ຄົນເມື່ອທຽບໃສ່ວັນທີ 17 ມີນາ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິໃນວັນດຽວກັນແມ່ນ 175.971 ຄົນ, ຜູ້ເສຍຊີວິດແມ່ນ 57 ຄົນ.

ວັນທີ 17 ມີນາ, ອົງການອະນາໄມໂລກ (WHO) ສະແດງຄວາມວິຕົກກັງວົນກ່ຽວກັບຈຳນວນກໍລະນີຕິດເຊື້ອລາຍໃໝ່ເພີ່ມຂຶ້ນຢ່າງແຮງຢູ່ ອາຊີ, ພ້ອມທັງຮຽກຮ້ອງໃຫ້ເປີດກວ້າງໂຄງການສັກວັັກຊິນໂດຍໄວ, ກໍຄືຕ້ອງລະມັດລະວັງຊັ່ງຊາບັນດາແຜນການຍົກເລີກມາດຕະການປ້ອງກັນ, ຕ້ານໂລກລະບາດ.



top