ຂ່າວສານ

WHO ຮຽກຮ້ອງໃຫ້ບັນດາປະເທດຢຸດຕິການສັກວັກຊິນກັນໂຄວິດ - 19 ເຂັມທີ 3

      ຕາມທ່ານ Tedros Adhanom Ghebreyesus ແລ້ວ, ເລື່ອງຢຸດຕິຊົ່ວຄາວນີ້ ເພື່ອແນໃສ່ຮັບປະກັນວ່າ ບັນດາປະເທດ ໃນໂລກ ຢ່າງໜ້ອຍສຸດແມ່ນ 10% ຈຳນວນປະຊາກອນໄດ້ຮັບການສັກວັກຊິນກັນໂຄວິດ - 19. 
ພະນັກງານການແພດສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ ຢູ່ອິນໂດເນເຊຍ (ພາບ: THX/TTXVN)
      ວັນທີ 4 ສິງຫາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO)  ໄດ້ຮຽກຮ້ອງໃຫ້ບັນດາປະເທດຢຸດຕິຊົ່ວຄາວການຜັນຂະຫຍາຍສັກວັກຊິນກັນໂຄວິດ - 19 ເຂັມທີ 3 ໃຫ້ແກ່ຜູ້ທີ່ໄດ້ຮັບການສັກວັກຊິນຄົບ2 ເຂັມແລ້ວ, ຢ່າງໜ້ອຍສຸດຈົນຮອດທ້າຍເດືອນກັນຍາຈະມາເຖິງ.
      ຕາມທ່ານ Tedros Adhanom Ghebreyesus ແລ້ວ, ເລື່ອງຢຸດຕິຊົ່ວຄາວນີ້ ເພື່ອແນໃສ່ຮັບປະກັນວ່າ ບັນດາປະເທດ ໃນໂລກ ຢ່າງໜ້ອຍສຸດແມ່ນ 10% ຈຳນວນປະຊາກອນໄດ້ຮັບການສັກວັກຊິນກັນໂຄວິດ - 19. ຄຳຮຽກຮ້ອງຂອງບັນດາເຈົ້າໜ້າທີ່ WHO ໄດ້ຍົກອອກມາໃນສະພາບການບາງປະເທດ ໄດ້ເລີ່ມການຜັນຂະຫຍາຍສັນວັກຊິນກັນໂຄວິດ - 19 ເຂັມທີ 3 ໃຫ້ແກ່ຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຄົບ 2 ເຂັມແລ້ວ, ຍ້ອນຮູ້ສຶກວິຕົກກັງວົນກ່ຽວກັບປະສິດທິຜົນຂອງ ວັກຊິນ ຕໍ່ໜ້າຄວາມສ່ຽງຈາກ ເຊື້ອໄວຣັດກາຍພັນ Delta.
 (ແຫຼ່ງຄັດຈາກ VOV)


top