ຂ່າວສານ

WHO ຮຽກຮ້ອງໃຫ້ບັນດາປະເທດກວດກາທຸກກໍລະນີສົງໄສຕິດໂລກລະບາດໂຄວິດ-19

      ອົງການອະນາໄມໂລກ (WHO) ຮຽກຮ້ອງໃຫ້ບັນດາປະເທດຄວນດຳເນີນການກວດກາທຸກກໍລະນີສົງໄສຕິດໂລກລະບາດໂຄວິດ-19

(ພາບປະກອບ: THX/TTXVN)
      ຖືນີ້ແມ່ນວຽກງານສຳຄັນທີ່ສຸດ ຂະນະທີ່ໄລ່ມາຮອດຈຸດເວລານີ້, ຈຳນວນຜູ້ຕິດໄວຣັດ ແລະ ເສຍຊີວິດທັງໝົດໃນໂລກແມ່ນສູງກວ່າຜູ້ຕິດໄວຣັດ ແລະ ເສຍຊີວິດຢູ່ຈີນ .
        ກ່າວຄຳເຫັນໃນວັນທີ 16 ມີນາ, ໃນການຖະແຫລງຂ່າວທາງອິນເຕີແນັດຈາກສຳນັກງານສະຫະປະຊາຊາດ, ຢູ່ເຊີແນວ, ປະເທດສະວິດ, ທ່ານ Adhanom Ghebreyesus, ຜູ້ອຳນວຍການໃຫຍ່ WHO, ຊີ້ແຈ້ງວ່າ ໂລກບໍ່ສາມາດດັບມອດໂລກລະບາດຖ້າຫາກບໍ່ວິເຄາະບັນດາກໍລະນີຖືກສົງໄສ. ຜູ້ນຳໜ້າອົງການນີ້ກໍ່ກ່າວເຕື່ອນວ່າ, ອົງການນີ້ຍັງບໍ່ທັນເຫັນຜົນດີທີ່ເໝາະສົມໃນການທົດລອງ, ແຍກຕົວ ແລະ ກວດພົບບັນດາກໍລະນີພົບປະກັບຜູ້ຕິດເຊື້ອໄວຣັດ.
 (ແຫຼ່ງຄັດຈາກ VOV)


top