ຂ່າວສານ

WHO ຮັກສາລະດັບກ່າວເຕືອນສູງສຸດຕໍ່ພະຍາດໝາກສຸກລີງ

ໂລກມີກວ່າ 82.000 ກໍລະນີຕິດພະຍາດໝາກສຸກລີງຢູ່ 110 ປະເທດ ແລະ ອັດຕາເສຍຊີວິດຕ່ຳຢູ່ໃນລະດັບ 65 ກໍລະນີ.
ພະຍາດໝາກສຸກລີງສືບຕໍ່ແຜ່ລະບາດຢູ່ບາງປະເທດ (ພາບ: AFP/TTXVN)

ວັນທີ 15 ກຸມພາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ, ການສືບຕໍ່ຖືການແຜ່ລະບາດພະຍາດໝາກສຸກລີງຢູ່ຫຼາຍປະເທດແມ່ນສະພາວະສຸກເສີນດ້ານສຸຂະພາບຂອງວົງຄະນະຍາດກໍ່ຄວາມວິຕົກກັງວົງຕໍ່ສາກົນ (PHEIC), ຢູ່ລະດັບກ່າວເຕືອນສູງສຸດຂອງອົງການນີ້, ດ້ວຍສາຍຜົນທີ່ວ່າ ພະຍາດນີ້ສືບຕໍ່ແຜ່ລະບາດຢູ່ບາງປະເທດ. ກ່ອນໜ້ານັ້ນ, WHO ໄດ້ຍົກອອກລະດັບກ່າວເຕືອນດັ່ງກ່າວໃນເດືອນ ກໍລະກົດ 2022 ແລະ ສືບຕໍ່ຮັກສາລະດັບກ່າວເຕືອນນີ້ນັບແຕ່ເດືອນ ພະຈິກ ຜ່ານມາ.

WHO ໃສ່ໃຈວ່າ ພະຍາດໝາກສຸກລີງ ຍັງສືບຕໍ່ແກ່ຍາວຢູ່ບາງປະເທດ ແລະ ມີຄວາມສ່ຽງທີ່ວ່າ ບັນດາກໍລະນີໄດ້ກວດພົບ ແລະ ຢັ້ງຢືນຍັງບໍ່ທັນໄດ້ລາຍງານຢູ່ປະເທດອື່ນ. ໄລ່ຮອດທ້າຍປີ 2022, ໂລກມີກວ່າ 82.000 ກໍລະນີຕິດພະຍາດໝາກສຸກລີງຢູ່ 110 ປະເທດ ແລະ ອັດຕາເສຍຊີວິດຕ່ຳຢູ່ໃນລະດັບ 65 ກໍລະນີ.


top