ຂ່າວສານ

WHO ອັບເດດສະພາບການຂອງໂລກລະບາດໂຄວິດ - 19

ຈຳນວນຜູ້ຕິດເຊື້ອຢູ່ອາຊີໄດ້ລື່ນກາຍຕົວເລກ 100 ລ້ານຄົນແລ້ວ ໃນວັນທີ 30 ມີນາ, ໃນສະພາບການພາກພື້ນນີ້ພວມປະເຊີນໜ້າກັບການແຜ່ລະບາດຮອບໃໝ່ດ້ວຍເຊື້ອໄວຣັດກາຍພັນໃໝ່ BA.2 ຂອງ Omicron.
  ພາບປະກອບ: THX/TTXVN  

 ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ ເຊົ້າຂອງວັນທີ 31 ມີນາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ກ່ວາ 486,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 6,16 ລ້ານຄົນ. ອາເມລິກາສືບຕໍ່ແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 81,7 ລ້ານຄົນ ແລະ ຜູ້ເສຍຊີວິດກ່ວາ 1 ລ້ານຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຈຳນວນຜູ້ຕິດເຊື້ອຢູ່ອາຊີໄດ້ລື່ນກາຍຕົວເລກ 100 ລ້ານຄົນແລ້ວ ໃນວັນທີ 30 ມີນາ, ໃນສະພາບການພາກພື້ນນີ້ພວມປະເຊີນໜ້າກັບການແຜ່ລະບາດຮອບໃໝ່ດ້ວຍເຊື້ອໄວຣັດກາຍພັນໃໝ່ BA.2 ຂອງ Omicron.

ໃນຂະນະນັ້ນ, ສູນຄວບຄຸມ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (CDC) ຂອງ ອາເມລິກາ ໄດ້ປະກາດວ່າ ເຊື້ອໄວຣັດກາຍພັນ BA.2 ຂອງ Omicron, ໄດ້ກາຍເປັນ ສາຍພັນທີ່ແຜ່ລະບາດຫຼາຍທີ່ສຸດຢູ່ ອາເມລິກາ ຍ້ອນມີຄວາມສາມາດຕິດເຊື້ອໄວ. ຕໍ່ໜ້າສະພາບການໂລກລະບາດຄືໃນປັດຈຸບັນ, CDC ອາເມລິກາ ໄດ້ກ່າວເຕືອນ ຜູ້ມີພູມຕ້ານທານອ່ອນແອ ແລະ ຜູ້ມີອາຍຸສູງກ່ວາ 50 ປີຄວນສັກວັກຊິນກັນໂຄວິດ - 19 ເຂັມທີ 4 ໃນໄລຍະເວລາໜ້ອຍສຸດແມ່ນ 4 ເດືອນພາຍຫຼັງການສັກວັກຊິນເຂັມທີ 3.


top