ຂ່າວສານ

WHO ຫວັງວ່າໂລກລະບາດ Covid – 19 ອາດຈະສິ້ນສຸດລົງໃນ 2 ປີຈະມາເຖິງ

      ຕາມທ່ານ Tedros Adhanom Ghebreyesus ແລ້ວ, ໂລກລະບາດໄຂ້ຫວັດ ແອັດສະປາຍທີ່ແຜ່ລະບາດ ໃນປີ 1918ນັ້ນ ກໍ່ຍັງສິ້ນສຸດລົງພາຍຫຼັງ 2 ປີ.


ພາບປະກອບ: TTXVN 
      ໃນວັນທີ 21 ສິງຫາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ໃຫ້ຮູ້ວ່າ WHO ຫວັງວ່າວິກິດການໂລກລະບາດ Covid - 19 ອາດຈະສິ້ນສຸດລົງໃນຮອບເວລາບໍ່ຮອດ 2 ປີຈະມາເຖິງ. ຕາມທ່ານ Tedros Adhanom Ghebreyesus ແລ້ວ, ໂລກລະບາດໄຂ້ຫວັດ ແອັດສະປາຍທີ່ແຜ່ລະບາດ ໃນປີ 1918ນັ້ນ ກໍ່ຍັງສິ້ນສຸດລົງພາຍຫຼັງ 2 ປີ.
            ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງເຊົ້າ ຂອງວັນທີ 22 ສິງຫາ (ຕາມເວລາ ສາກົນ), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຫຼາຍກ່ວາ 23 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 802.000 ຄົນ. ອາເມລິກາ, ບຣາຊິນສືບຕໍ່ແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດ ໃນໂລກ. ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດ, ຫຼາຍປະເທດຄື: ແອັດສະປາຍ, ຝລັ່ງ, ເຢຍລະມັນ, ອັງກິດ, ອິນເດຍ… ໄດ້ຄຸມເຂັ້ມບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19ຕື່ມອີກ.
(ແຫຼ່ງຄັດຈາກ VOV)


top