ຂ່າວສານ

WHO ຫວັງວ່າຈະແຈກຢາຍວັກຊິນກັນໂຄວິດ-19 ຮອດ 2 ຕື້ປະລິມານໃນທົ່ວໂລກໃນປີ 2021

ອົງການນີ້ຫວັງວ່າ ຈະແຈກຢາຍວັກຊິນກັນໂຄວິດ-19 ໃຫ້ໄດ້ຫຼາຍສຸດແມ່ນ 2 ຕື້ປະລິມານໃນທົ່ວໂລກກ່ອນທ້າຍປີ 2021 ໃນຂອບເຂດກົນໄກ COVAX.

 
ທ່ານນາງ Melita Vujnovic, ຜູ້ຕາງໜ້າອົງການອະນາໄມໂລກ

(ພາບ: RBK)


ວັນທີ 03 ພະຈິກ, ທ່ານນາງ Melita Vujnovic, ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳລັດເຊຍ ໃຫ້ຮູ້ວ່າ, ອົງການນີ້ຫວັງວ່າ ຈະແຈກຢາຍວັກຊິນກັນໂຄວິດ-19 ໃຫ້ໄດ້ຫຼາຍສຸດແມ່ນ 2 ຕື້ປະລິມານໃນທົ່ວໂລກກ່ອນທ້າຍປີ 2021 ໃນຂອບເຂດກົນໄກ COVAX. ທ່ານນາງ Melita ໃຫ້ຮູ້ວ່າ, ເຖິງວ່າຍັງບໍ່ທັນມີຄວາມແນ່ນອນ, ແຕ່ WHO ເຊື່ອໝັ້ນວ່າ ວັກຊິກຫຼາຍຊະນິດແມ່ນມີຄວາມປອດໄພ ແລະ ບັນລຸປະສິດທິຜົນຈະປະກົດຕົວຢູ່ໃນໂລກໂດຍໄວ. ທ່ານນາງ Melita ກໍ່ເຕືອນວ່າ, ຍັງໄວເກີນໄປເພື່ອຢັ້ງຢັນໄດ້ວ່າ ໂລກຈະກັບຄືນສູ່ການດຳລົງຊີວິດເປັນປົກກະຕິໃນເວລາໃດ. ສະນັ້ນ, ເລື່ອງກຳນົດບັນດາເປົ້າໝາຍບຸລິມະສິດຈະເປັນການຊ່ວຍຮັບປະກັນວ່າ ວັກຊິນປະລິມານທຳອິດໃນໂລກຈະໄດ້ແຈກຢາຍໃຫ້ບັນດາຜູ້ທີ່ມີຄວາມຕ້ອງການຢູ່ທຸກປະເທດ, ລວມທັງພາລະກອນການແພດ ແລະ ບັນດາກຸ່ມມີຄວາມສ່ຽງສູງກວ່າເພິ່ນ.
(ແຫຼ່ງຄັດຈາກ VOV)

top