ຂ່າວສານ

WHO ສະເໜີເວລາ ສັກວັກຊິນເຂັມທີ 2 ຂອງ Pfizer ແລະ BioNtech

      ອົງການອະນາໄມໂລກ (WHO) ໄດ້້ສະເໜີໃຫ້ ຜູ້ທີ່ສັກວັກຊິນກັນພະຍາດໂຄວິດ - 19 Pfizer ແລະ BioNtech ດ້ວຍໄລຍະຫ່າງກັນແຕ່ 21 ຫາ 28 ມື້.

ວັກຊິນກັນພະຍາດໂຄວິດ - 19 Pfizer ແລະ BioNtech (ພາບ: AFP/TTXVN)
      ຂໍ້ສະເໜີໄດ້ຍົກອອກມາໃນສະພາບການຫຼາຍປະເທດໄດ້ຢັ້ງຢືນວ່າ ເຊື້ອໄວຣັດ ສາຍພັນໃໝ່ ມີຄວາມສາມາດຕິດເຊື້ອສູງກ່ວາ. ທີ່ປຶກສາດ້ານຍຸດທະສາດທ່ານໜຶ່ງກ່ຽວກັບພູມຕ້ານທານຂອງ WHO ໃຫ້ຮູ້ວ່າ: ປັດຈຸບັນ, ຍັງບໍ່ມີຂໍ້ມູນຢ່າງຄົບຖ້ວນ ກ່ຽວກັບຄວາມປອດໄພ ແລະ ລັກສະນະປະສິດທິຜົນໃນການທົດລອງສັກວັກຊິນ 2 ໂດສ ຂອງ Pfizer ທີ່ຫ່າງກັນແຕ່ 3 – 4 ອາທິດ. ເຖິງຢ່າງໃດກໍ່ຕາມ WHO ໄດ້ສະເໜີໃຫ້ບັນດາປະເທດທີ່ມີແຫຼ່ງສະໜອງວັກຊິນຈຳກັດ, ອາດຈະໂຈະການສັກວັກຊິນເຂັມທີ 2 ເພື່ອເອົາໄວ້ສັກໃຫ້ຫຼາຍຄົນ.
(ແຫຼ່ງຄັດຈາກ VOV)


top