ຂ່າວສານ

WHO ມີຄວາມປະເອີບໃຈຕໍ່ຄວາມສາມາດກຳຈັດພະຍາດໝາກສຸກລີງຢູ່ເອີລົບ

ທ່ານ Hans Kluge, ຜູ້ອຳນວຍການ WHO ປະຈຳພາກພື້ນ ເອີລົບ ໄດ້ຖະແຫຼງວ່າ ໂລກສາມາດດັບມອດກຳຈັດການຕິດຕໍ່ຂອງໄວຣັດໝາກສຸກລີງຈາກຄົນສູ່ຄົນໃນພາກພື້ນ...
  (ພາບປະກອບຈາກ AFP/TTXVN)   

ວັນທີ 30 ສິງຫາ, ບັນດາເຈົ້າໜ້າທີ່ອົງການອະນາໄມໂລກ (WHO) ໃຫ້ຂ້ໍສັງເກດວ່າ: ພະຍາດໝາກສຸກລີງຢູ່ ເອີລົບ, ອາດຈະຖືກດັບມອບຫຼັກຖານໄດ້ສະແດງໃຫ້ເຫັນວ່າກໍລະນີຕິດພະຍາດນີ້ພວມຫລຸດລົງຢູ່ບາງປະເທດ.     

ທ່ານ Hans Kluge, ຜູ້ອຳນວຍການ WHO  ປະຈຳພາກພື້ນ ເອີລົບ ໄດ້ຖະແຫຼງວ່າ ໂລກສາມາດດັບມອດກຳຈັດການຕິດຕໍ່ຂອງໄວຣັດໝາກສຸກລີງຈາກຄົນສູ່ຄົນໃນພາກພື້ນ ແລະ ຈຳເປັນຕ້ອງເພີ່ມທະວີບັນດາຄວາມມານະພະຍາຍາມດັບມອດພະຍາດນີ້ຢ່າງວ່ອງໄວ.

ໃນຂະນະນັ້ນ, ທ່ານນາງ Catherine Smallwood, ເຈົ້າໜ້າທີ່ຂັ້ນສູງຂອງ WHO ປະຈຳພາກພື້ນ ເອີລົບ, ຖືວ່າ: ໃນສະພາບການວຽກງານຜັນຂະຫຍາຍການສັກວັກຊິນກັນພະຍາດໝາກສຸກລີງ ຍັງຈຳກັດຫຼາຍ, ບັນດາປັດໄຈຄືກວດພົບໄວ ພາໃຫ້ຄົນເຈັບມີສະຕິແຍກຕົວໄວກ່ວາ ແລະ ການປ່ຽນແປງການປະພຶດສວມບົດບາດສຳຄັນທີ່ສຸດ.


top