ຂ່າວສານ

WHO ປະ​ກາດ​ໃຊ້​ສະ​ພາບ​ການ​ສຸກ​ເສີນ​ທາງ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ ຕໍ່​ພະ​ຍາດ​ໝາກ​ສຸກ​ລິງ

ວັນທີ 23 ກໍລະກົດ, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Adhanom Ghebreyesus ໄດ້ປະກາດໃຊ້ສະພາບການສຸກເສີນທາງສາທາລະນະສຸກ ຕໍ່ພະຍາດໝາກສຸກລິງ, ດ້ວຍລະດັບກ່າວເຕືອນສູງສຸດຂອງ WHO.

ວັນທີ 23 ກໍລະກົດ, ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Adhanom Ghebreyesus ໄດ້ປະກາດໃຊ້ສະພາບການສຸກເສີນທາງສາທາລະນະສຸກ ຕໍ່ພະຍາດໝາກສຸກລິງ, ດ້ວຍລະດັບກ່າວເຕືອນສູງສຸດຂອງ WHO.

    

ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Adhanom Ghebreyesus  (ພາບ: TTXVN)

ທ່ານ Adhanom Ghebreyesus ກໍ່ໃຫ້ຂໍ້ສັງເກດກ່ຽວກັບຄວາມສ່ຽງຂອງພະຍາດໝາກສຸກລິງໃນປັດຈຸບັນແມ່ນຢູ່ໃນລະດັບປານກາງໃນທົ່ວໂລກ, ນອກຈາກ ເອີລົບແມ່ນຢູ່ລະດັບສູງ.

ຕາມບນດາເຈົ້າໜ້າທີ່ WHO ແລ້ວ, ໃນໄລຍະເກືອບ 6 ເດືອນ, ໃນຈຳນວນບັນດາປະເທດພົບເຫັນພະຍາດໝາກສຸກລິງໃນຈຸດເວລາປັດຈຸບັນ ໄດ້ຮັບປະກັນຄວາມສາມາດສຳຜັດ ວັກຊິນກັນພະຍາດນີ້. ກ່ອນໜ້ານັ້ນ, ພະຍາດໝາກສຸກລິງສ່ວນຫຼາຍພົບເຫັນຢູ່ອາຟຼິກກາກາງ ແລະ ອາບຟຼິກກາຕາເວັນຕົກ, ແຕ່ນັບແຕ່ເດືອນພຶດສະມາຜ່ານມາ, ພະຍາດນີ້ໄດ້ກວດພົບຢູ່ນອກສອງພາກພື້ນນີ້ ແລະ ເລີ່ມມີການແຜ່ລະບາດໂດຍໄວ.

ມາຮອດປັດຈຸບັນ, ມີຜູ້ດິດພະຍາດໝາກສຸກລິງກ່ວາ 15.000 ຄົນ ຢູ່ບັນດາປະເທດກ່ອນນັ້ນບໍ່ກວດພົບພະຍາດດັ່ງກ່າວ.

(ແຫຼ່ງຄັດຈາກ VOV)


top