ຂ່າວສານ

WHO ຖະແຫຼງພະຍາດໂຄວິດ - 19 ຍັງບໍ່ທັນສິ້ນສຸດ

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 19 ມີນາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດເກືອບ 468 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ ເກືອບ 6,1 ລ້ານຄົນ.
  ພາບປະກອບ: THX/ TTXVN  

 ທ່ານນາງ Margaret Harris ໂຄສົກຂອງອົງການອະນາໄມໂລກ (WHO) ຖະແຫຼງວ່າ ພະຍາດໂຄວິດ - 19 ຍັງສືບຕໍ່ແກ່ຍາວ. ກ່າວຄຳເຫັນໃນວັນທີ 18 ມີນາ ທີ່ການຖະແຫຼງຂ່າວຢູ່ເຊີແນວ ປະເທດສະວິດ, ທ່ານນາງ Margaret Harris ຢືນຢັນວ່າ ໂລກລະບາດໂຄວິດ - 19 ຍັງບໍ່ທັນສິ້ນສຸດ, ພ້ອມທັງຖືວ່າ ແນ່ນອນວ່າ ໂລກຍັງຢູ່ໃນໄລຍະແຜ່ລະບາດ”.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ຂອງວັນທີ 19 ມີນາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອທັງໝົດເກືອບ 468 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດ ເກືອບ 6,1 ລ້ານຄົນ. ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ, ລັດເຊຍ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ - 19.



top