ຂ່າວສານ

WHO ຖະແຫຼງການແຜ່ລະບາດຂອງໄວຣັດ Hanta ມີຄວາມສ່ຽງຕ່ຳ

ຄາດວ່າ ຄວາມສ່ຽງຕິດແປດຕໍ່ໄປ ຈະຫຼຸດລົງ ພາຍຫຼັງທີ່ເຂົາເຈົ້າອອກຈາກກຳປັ່ນ ແລະ ບັນດາມາດຕະການຄວບຄຸມໄດ້ຮັບການຜັນຂະຫຍາຍ.
  (ພາບ​ປະ​ກອ​ບ: REUTERS/Denis Balibouse)  

ວັນ​ທີ 17 ພຶດ​ສະ​ພາ, ອົງ​ການ​ອະ​ນາ​ໄມ​ໂລກ (WHO) ຖະ​ແຫຼງວ່າ ຍັງ​ຮັກ​ສາ​ການ​ຕີ​ລາ​ຄາ​ການ​ແຜ່​ລະ​ບາດ​ໄວ​ຣັດ Hanta ຢູ່​ລະ​ດັບ​ຕ່ຳ ເມື່ອ​ກຳ​ປັ່ນ​ທ່ອງ​ທ່ຽວ​ເກີດ​ພະ​ຍາດນີ້​ພວມ​ເດີນ​ທາງ​ມາ​ໃກ້​ກັບ ໂຮນ​ລັງ. ຖະ​ແຫຼງ​ການ​ຂອງ WHO ຊີ້​ແຈ້ງວ່າ ຄວາມ​ສ່ຽງ​ຕໍ່​ສຸ​ຂະ​ພາບ​ປ​ະ​ຊາ​ຊົ​ນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຄືນ​ໃໝ່ ໂດຍ​ອີງ​ໃສ່ບັນ​ດາ​ຂໍ້​ມູນ​ທີ່​ໄດ້​ອັບ​ເດັດ​ຫຼ້າ​ສຸດ​ໃນ​ປະ​ຈຸບັນ ແລະ ຄວາມ​ສ່ຽງ​ທົ່​ວ​ໂລກ​ຍັງ​ຢູ່​ລະ​ດັບ​ຕ່ຳ​.

ຖະ​ແຫຼງ​ການ​ໃຫ້​ຮູ້​ວ່າ ເຖິ​ງວ່າ​ບັນ​ດາ​ກໍ​ລະ​ນີ​ຕິດ​ພະ​ຍາດ​ໃໝ່​ອາດ​ສາ​ມາດ​ເກີດ​ຂຶ້ນ​ໃນ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ ແລະ ລູກ​ເຮືອ​ກ່ອນ​ທີ່​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ໄດ້​ຈັດ​ວາງ, ແຕ່​ຄາດ​ວ່າ ​ຄວາມ​ສ່ຽງ​ຕິດ​ແປດ​ຕໍ່​ໄປ ຈະ​ຫຼຸດ​ລົງ ພາຍ​ຫຼັງ​ທີ່​ເຂົາ​ເຈົ້າ​ອອກ​ຈາ​ກ​ກຳ​ປັ່ນ ແລະ ບັນ​ດາ​ມາ​ດ​ຕະ​ການ​ຄວບ​ຄຸມ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ.


top