ຂ່າວສານ

WHO ກ່າວ​ເຕືອນ​ ພະ​ຍາດ​ໝາກ​ສຸກລີງ ຍັງ​ສືບ​ຕໍ່​ແຜ່​ລາມຢູ່​ໃນ​ໂລກ

ໄລ່ຮອດວັນທີ 04 ຕຸລາ ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໝາກສຸກລີງປະມານ 68.900 ຄົນ ແລະ ມີຜູ້ເສຍຊີວິດ 26 ຄົນ.

ໄລ່ຮອດວັນທີ 04 ຕຸລາ ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໝາກສຸກລີງປະມານ 68.900 ຄົນ ແລະ ມີຜູ້ເສຍຊີວິດ 26 ຄົນ.

    

 (ພາບປະກອບ: AFP/TTXVN)

ຕາມເວັບໄຊທາງການຂອງອົງການອະນາໄມໂລກ (WHO) ແລ້ວ, ນັບແຕ່ຕົ້ນປີ 2022 ມານີ້, WHO ໄດ້ຮັບການລາຍງານກ່ຽວກັບການປະກົດຕົວຂອງພະຍາດໝາກສຸກລີງ ຢູ່ 106 ປະເທດສະມາຊິກຢູ່ທັງ 6 ພາກພື້ນຂອງອົງການນີ້.

        ລະອຽດແມ່ນ, ໄລ່ຮອດວັນທີ 04 ຕຸລາ ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໝາກສຸກລີງປະມານ 68.900 ຄົນ ແລະ ມີຜູ້ເສຍຊີວິດ 26 ຄົນ. ອາເມລິກາ ມີຈຳນວນຜູ້ຕິດເຊື້ອຫຼາຍກວ່າໝູ່ໃນໂລກ ໄລ່ຮອດວັນທີ 3 ຕຸລາ ມີຜູ້ຕິດເຊື້ອທັງໝົດກວ່າ 26.000 ຄົນ. CDC ອາເມລິກາ ຢັ້ງຢືນວ່າ ໃນອະນາຄົດໃກ້ໆນີ້, ໂລກລະບາດດັ່ງກ່າວ ຍັງສືບຕໍ່ແຜ່ລະບາດຢູ່ ອາເມລິກາ, ແຕ່ປັດຈຸບັນ ລະດັບການແຜ່ລະບາດພວມຄ່ອຍໆຫຼຸດຜ່ອນລົງ ຍ້ອນໂຄງການສັກວັກຊິນໄດ້ຜັນຂະຫຍາຍໃນວົງກວ້າງ ແລະ ປະຊາຊົນກໍມີສະຕິຄວາມຮັບຮູ້ສູງກ່ຽວກັບວິທີການປ້ອງກັນ, ຕ້ານໂລກລະບາດ.

(ແຫຼ່ງຄັດຈາກ VOV)


top