ຂ່າວສານ

WHO ກ່າວ​ເຕືອນ ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron ພ້ອມ​ກັບ Delta ກໍ່​ໃຫ້​ເກີດ “ຄື້ນ​ຟອງ​ຍັກ” ກ່ຽວ​ກັບ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ລາຍ​ໃໝ່

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ກ່າວເຕືອນວ່າ “ຄື້ນຟອງຍັກ” ກ່ຽວກັບຈຳນວນຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ພວມເພີ່ມຂຶ້ນເມື່ອເຊື້ອໄວຣັດກາຍພັນ Delta ແລະ Omicron ລ້ວນແຕ່ແຜ່ລະບາດຢ່າງວ່ອງໄວ. 
ຢູ່ ສ.ເກົາຫຼີ ໃນວັນທີ 28 ທັນວາ (ພາບ: Yonhap/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 30 ທັນວາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດກວ່າ 284,8 ລ້ານຄົນ ແລະ ມີກວ່າ 5,43 ລ້ານຄົນເສຍຊີວິດ.

        ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ກ່າວເຕືອນວ່າ “ຄື້ນຟອງຍັກ” ກ່ຽວກັບຈຳນວນຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ພວມເພີ່ມຂຶ້ນເມື່ອເຊື້ອໄວຣັດກາຍພັນ Delta ແລະ Omicron ລ້ວນແຕ່ແຜ່ລະບາດຢ່າງວ່ອງໄວ. ຄຳກ່າວເຕືອນຂອງຜູ້ນຳໜ້າອົງການ WHO ໄດ້ຍົກອອກມາໃນສະພາບການທີ່ຫຼາຍປະເທດຢັ້ງຢືນຜູ້ຕິດເຊື້ອລາຍໃໝ່ນັບມື້ນັບເພີ່ມຂຶ້ນສູງ ໂດຍບໍ່ເຄີຍເຫັນມາກ່ອນ.

        ວັນທີ 29 ທັນວາ, ມະຫາວິທະຍາໄລ Johns Hopkins ໄດ້ປະກາດອັບເດດຂໍ້ມູນ ໂດຍຊີ້ໃຫ້ເຫັນວ່າ ຈຳນວນສະເລ່ຍຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຢູ່ ອາເມລິກາ ໃນ 7 ມື້ຜ່ານມາໄດ້ເພີ່ມຂຶ້ນໃນລະດັບສູງສຸດນັບແຕ່ເກີດໂລກລະບາດໂຄວິດ - 19 ມານີ້  ໃນຂະນະທີ່ເຊື້ອໄວຣັດກາຍພັນ Omicron ແຜ່ລະບາດຢ່າງວ່ອງໄວ. ໄລ່ມາຮອດປັດຈຸບັນ, ອາເມລິກາ ມີຜູ້ຕິດເຊື້ອໂຄວິດ - 19 ສະສົມ 54,6 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 844.000 ຄົນ. ຢູ່ ເອີຣົບ, ອັງກິດ ແລະ ຝລັ່ງກໍຢັ້ງຢືນມີຈຳນວນຜູ້ຕິດເຊື້ອໃໝ່ເພີ່ມຂຶ້ນລະດັບສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)


top