ຂ່າວສານ

WHO ກ່າວເຕືອນຜົນຮ້າຍຈາກເລື່ອງຍົກເລີກການປິດລ້ອມກ່ອນກຳນົດເວລາໃນການສະກັດກັ້ນໂລກລະບາດໂຄວິດ 19

ບັນດາມາດຕະການປິດລ້ອມພວມພິສູດໃຫ້ເຫັນປະສິດທິຜົນ.

ທ່ານ Takeshi Kasai  ຜູ້ອຳນວຍການ WHO (ພາບ:AP) 

ວັນທີ 21 ເມສາ, ອົງການອະນາໄມໂລກ ກ່າວເຕືອນວ່າ ໃນບໍ່ວ່າຂໍ້ຕົກລົງໃດຍົກເລີກການປິດລ້ອມກ່ອນກຳນົດເວລາ ເພື່ອສະກັດກັ້ນການແຜ່ລະບາດຂອງ ໂລກລະບາດໂຄວິດ 19 ຕ້ອງປະຕິບັດແບບຄ່ອຍໆ ຖ້າຫາກຍົກເລີກກ່ອນກຳນົດເວລາ ອາດຈະເຮັດໃຫ້ເຊື້ອພະຍາດແຜ່ລະບາດຄືນໃຫມ່. ກ່າວຄຳເຫັນທີ່ກອງປະຊຸມອອນລາຍ,  ທ່ານ  Takeshi Kasai ຜູ້ອຳນວຍການ WHO ພາກພື້ນ ປາຊີຟິກຕາເວັນຕົກ ຢັ້ງຢືນວ່າ ບັນດາມາດຕະການປິດລ້ອມພວມພິສູດໃຫ້ເຫັນປະສິດທິຜົນ ແລະ ປະຊາຊົນກຽມພ້ອມປັບຕົວໃຫ້ແທດເໝາະກັບແບບແຜນການດຳລົງຊີວິດໃຫມ່ ເພື່ອໃຫ້ສັງຄົມສືບຕໍ່ເຄື່ອນໄຫວໃນສະພາບໂລກລະບາດໂຄວິດ 19 ພວມໄດ້ຮັບການຄວບຄຸມ.     
 (ແຫຼ່ງຄັດຈາກ VOV)

top