ຂ່າວສານ

WHO, CDC ປາດຖະໜາຢາກໃຫ້ຫວຽດນາມແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານ Covid-19

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ, ຫວຽດນາມ ໄດ້ກຳນົດວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19 ແມ່ນວຽກງານມີລັກສະນະທົ່ວໂລກ.


ການເຮັດວຽກກັບຜູ້ຕາງໜ້າອົງການອະນາໄມໂລກ ແລະ ສູນຄວບຄຸມ ແລະ ສະກັດກັ້ນໂລກພະຍາດອາເມລິກາ

(ພາບ: VGP)


ຕອນເຊົ້າວັນທີ 28 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບານ Covid-19, ໄດ້ມີການເຮັດວຽກກັບຜູ້ຕາງໜ້າອົງການອະນາໄມໂລກ (WHO) ແລະ ສູນຄວບຄຸມ ແລະ ສະກັດກັ້ນໂລກພະຍາດອາເມລິກາ (US CDC) ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ.

          ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ, ຫວຽດນາມ ໄດ້ກຳນົດວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19 ແມ່ນວຽກງານມີລັກສະນະທົ່ວໂລກ, ປະຕິບັດວຽກງານດັ່ງກ່າວຢູ່ຫວຽດນາມ ໄດ້ເປັນຢ່າງດີແມ່ນການປະກອບສ່ວນໃຫ້ແກ່ໂລກ. ໄລ່ມາຮອດປະຈຸບັນ, ການຜັນແປຂອງໂລກລະບາດໃນໂລກໄດ້ກ້າວເຂົ້າສູ່ໄລຍະໃໝ່. ຫວຽດນາມ ໄດ້ຄາດຄະເນບາງມາດຕະການໃໝ່ ແລະ ຢາກທາບທາມຄວາມເຫັນຂອງ WHO, CDC ກ່ອນທີ່ຕົກລົງ.

          ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີກະຊວງສາທາລະສຸກຫວຽດນາມ ຫງວຽນແທັງລອງ ໄດ້ແຈ້ງໃຫ້ອົງການ WHO ແລະ ສູນ CDC ຊາບກ່ຽວກັບສະພາບການໂລກລະບາດຢູ່ພາຍໃນປະເທດ, ແບ່ງປັນບັນດາມາດຕະການຄວບຄຸມສະກັດກັ້ນແຫຼ່ງໂລກພະຍາດຢ່າງເຖິງຖອງ. ທ່ານຮອງລັດຖະມົນຕີ ຫງວຽນແທັງລອງ, ໃຫ້ຮູ້ວ່າ.

          “ແຜນການປິ່ນປົວຂອງຫວຽດນາມ ໄດ້ຮັບການອັບເດັດ, ເພີ່ມເຕີ່ມຢ່າງເປັນປະຈຳ ບົນພື້ນຖານຖອດຖອນບົດຮຽນຕົວຈິງໃນການປິ່ນປົວ ແລະ ຕິດຕາມບົດຮຽນຂອງໂລກ. ຈຸດໃໝ່ໃນການປິ່ນປົວແມ່ນອະນຸຍາດໃຫ້ທົດລອງຢາຊະນິດໃໝ່ເພື່ອໃຫ້ມີວິທີປິ່ນປົວ, ສຳຜັດແບບໃໝ່ທີ່ສາມາດປິ່ນປົວໄດ້ໃນທັນທີ.”

          ຜູ້ຕາງໜ້າອົງການ WHO ແລະ ສູນ CDC ລ້ວນແຕ່ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19 ຂອງຫວຽດນາມ. ທ່ານ Kidong Park, ຫົວໜ້າຜູ້ຕາງໜ້າ WHO ປະຈຳຫວຽດນາມ ໃຫ້ຮູ້ວ່າ, ປະຊາຄົນສາກົນກໍ່ປາດຖະໜາຢາກ ຫວຽດນາມ ແບ່ງປັນບັນດາບົດຮຽນກ່ຽວກັບວຽກງານແຍກຕົວ, ສະກັດກັ້ນ ແລະ ປິ່ນປົວໂລກພະຍາດດັ່ງກ່າວ.

          ໃນຂະນະນັ້ນ, ທ່ານ Mathew Moore, ຜູ້ຕາງໜ້າ US CDC ກໍ່ປາດຖະໜາຢາກໃຫ້ຫວຽດນາມ ສືບຕໍ່ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນການປ້ອງກັນ, ຕ້ານໂລກລະບາດ Covid-19 ກັບປະຊາຄົມສາກົນ; ແບ່ງປັນຂໍ້ມູນຂ່າວສານກ່ຽວກັບແຜນທີ່ gen ຂອງໄວຣັດ ຢູ່ຫວຽດນາມ. ທ່ານ Mathew Moore ຢືນຢັນວ່າ, ຈະສືບຕໍ່ຮ່ວມມືກັບບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ຮັບມືກັບໂລກລະບາດຢ່າງແໜ້ນແຟ້ນ.

(ແຫຼ່ງຄັດຈາກ VOV)


top