ຂ່າວສານ

WHO: ເຊື້ອໄວຣັດສາຍພັນໃໝ່ຂອງ Omicron (BA.2) ໄດ້ປະກົດຢູ່ 57 ປະເທດ

      ຈຳນວນຜູ້ຕິດເຊື້ອໄວຣັດສາຍພັນ BA.2 ຂອງ Omicron ຍາກທີ່ຈະຄົ້ນພົບໄດ້ໃນບັນດາການວິໄຈຫາເຊື້ອ  PCR ພວມໄດ້ເພີ່ມຂຶ້ນຢ່າງໄວວາ.
ເອົາຕົວຢ່າງວິໄຈໂຄວິດ 19 ໃຫ້ ປຊຊ ຢູ່ແບກແລງ-ເຢຍລະມັນ ເມື່ອ  28/1/2022 (ພາບ: THX/TTXVN)
      ວັນທີ 1 ກຸມພາ, ອົງການອະນາໄມໂລກ (WHO) ໄດ້ປະກາດວ່າ ເຊື້ອໄວຣັດສາຍພັນໃໝ່ຂອງ Omicron (BA.2) ໄດ້ປະກົດຢູ່ 57 ປະເທດໃນໂລກແລ້ວ. ໃນບົດອັບເດັດປະຈຳອາທິດ, WHO ໃຫ້ຮູ້ວ່າ, ນັບແຕ່ເມື່ອປະກົດໃນທ້າຍປີ 2021, ສາຍພັນ Omicron ຂອງເຊື້ອໄວຣັດ SARS-CoV-2 ໄດ້ກໍ່ໃຫ້ເກີດພະຍາດໂຄວິດ 19 ໄດ້ກາຍເປັນສາຍພັນຫຼັກໃນມົ່ວໂລກຢ່າງໄວວາ. ປະຈຸບັນ, ສາຍພັນດັ່ງກ່າວໄດ້ກວມເອົາເຖິງ 93% ບັນດາຕົວຢ່າງວິໄຈໄດ້ເກັບກຳໃນເດືອນຜ່ານມາ. Omicron ມີບັນດາສາຍພັນສຳຮອງຄື BA.1, BA.1.1, BA.2 ແລະ BA.3. ໃນນັ້ນ, ຂໍ້ມູນຕົວເລກຈາກ ຮາກຖານຂໍ້ມູນ GISAID ໃຫ້ເຫັນວ່າ ປະຈຸບັນ, BA.1 ແລະ BA.1.1 ແມ່ນກວມເອົາ 96% ຈຳນວນຕົວຢ່າງທັງໝົດຕິດສາຍພັນ Omicron. ພິເສດ, ຈຳນວນຜູ້ຕິດເຊື້ອໄວຣັດສາຍພັນ BA.2 ຂອງ Omicron ຍາກທີ່ຈະຄົ້ນພົບໄດ້ໃນບັນດາການວິໄຈຫາເຊື້ອ  PCR ພວມໄດ້ເພີ່ມຂຶ້ນຢ່າງໄວວາ.
(ແຫຼ່ງຄັດຈາກ VOV)


top