ຂ່າວສານ

WHO ສ້າງເວັບໄຊສະໜອງຂໍ້ມູນຂ່າວສານ ກ່ຽວກັບໄວຣັດ Corona ສາຍພັນໃໝ່

      ວັນທີ 6 ກຸມພາ, ອົງການອານາໄມໂລກ(WHO) ໄດ້ເປີດຕົວເວັບໄຊໃໝ່ເພື່ອເຜີຍແຜ່ບັນດາຂໍ້ມູນຂ່າວສານກ່ຽວກັບໄວຣັດ Corona ສາຍພັນໃໝ່ຢ່າງທັນການ.

ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອານາໄມໂລກ (ພາບ: Reuters) 
      ເວັບໄຊໃໝ່ ຂອງ WHO ໄດ້ສະໜອງບັນດາຂໍ້ມູນຂ່າວສານທີ່ເປັນທາງການ, ປະຕິເສດບັນດາຂໍ້ມູນຂ່າວສານທີ່ບໍ່ມີຄວາມຈິງ ເຊິ່ງກໍ່ຄວາມແຕກຕື່ມຢ້ານເກີດເຫດຕໍ່ປະຊາຊົນ.
            ຕໍ່ໜ້າສະພາບການລະບາດຂອງ ໄວຣັດ Corona ສາຍພັນໃໝ່ ຄືໃນປັດຈຸບັນ, ການຄວບຄຸມບັນດາຂໍ້ມູນຂ່າວສານທີ່ບໍ່ມີຄວາມຈິງໄດ້ກໍ່ຄວາມແຕກຕື່ມຢ້ານເກີດເຫດຕໍ່ຫາງສຽງແມ່ນຈຳເປັນທີ່ສຸດ. WHO ໄດ້ເນັ້ນໜັ້ກວ່າ ບັນດາຂໍ້ມູນຂ່າວສານທີ່ບໍ່ມີຄວາມຈິງນັ້ນ ແມ່ນ ໄພອັນຕະລາຍເຊິ່ງໂລກຄວນຮ່ວມແຮງຮ່ວມໃຈກັນ, ຄວບຄຸມ ແລະ ສະກັດກັ້ນ.
 (ແຫຼ່ງຄັດຈາກ VOV)


top