ຄາດວ່າ ຄວາມສ່ຽງຕິດແປດຕໍ່ໄປ ຈະຫຼຸດລົງ ພາຍຫຼັງທີ່ເຂົາເຈົ້າອອກຈາກກຳປັ່ນ ແລະ ບັນດາມາດຕະການຄວບຄຸມໄດ້ຮັບການຜັນຂະຫຍາຍ.
(ພາບປະກອບ: REUTERS/Denis Balibouse)
ວັນທີ 17 ພຶດສະພາ, ອົງການອະນາໄມໂລກ (WHO) ຖະແຫຼງວ່າ ຍັງຮັກສາການຕີລາຄາການແຜ່ລະບາດໄວຣັດ Hanta ຢູ່ລະດັບຕ່ຳ ເມື່ອກຳປັ່ນທ່ອງທ່ຽວເກີດພະຍາດນີ້ພວມເດີນທາງມາໃກ້ກັບ ໂຮນລັງ. ຖະແຫຼງການຂອງ WHO ຊີ້ແຈ້ງວ່າ ຄວາມສ່ຽງຕໍ່ສຸຂະພາບປະຊາຊົນໄດ້ຮັບການຕີລາຄາຄືນໃໝ່ ໂດຍອີງໃສ່ບັນດາຂໍ້ມູນທີ່ໄດ້ອັບເດັດຫຼ້າສຸດໃນປະຈຸບັນ ແລະ ຄວາມສ່ຽງທົ່ວໂລກຍັງຢູ່ລະດັບຕ່ຳ.
ຖະແຫຼງການໃຫ້ຮູ້ວ່າ ເຖິງວ່າບັນດາກໍລະນີຕິດພະຍາດໃໝ່ອາດສາມາດເກີດຂຶ້ນໃນຈຳນວນແຂກທ່ອງທ່ຽວ ແລະ ລູກເຮືອກ່ອນທີ່ບັນດາມາດຕະການສະກັດກັ້ນໄດ້ຈັດວາງ, ແຕ່ຄາດວ່າ ຄວາມສ່ຽງຕິດແປດຕໍ່ໄປ ຈະຫຼຸດລົງ ພາຍຫຼັງທີ່ເຂົາເຈົ້າອອກຈາກກຳປັ່ນ ແລະ ບັນດາມາດຕະການຄວບຄຸມໄດ້ຮັບການຜັນຂະຫຍາຍ.