ຂ່າວສານ

WEF ຕີ​ລາ​ຄາ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ ຫວຽດ​ນາມ ເພີ່ມ​ຂຶ້ນ 10 ຂັ້ນ

ວັນທີ 9 ຕຸລາ, ເວທີປາໄສເສດຖະກິດ ໂລກ (WEF) ໃຫ້ຮູ້ວ່າ ດັດຊະນີການແກ້ງແຍ້ງຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 10 ຂັ້ນ, ຈາກອັນດັບທີ 77 ໃນປີກາຍນີ້ຂຶ້ນມາຢູ່ອັນດັບທີ 67 ໃນປີນີ້. ໃນ “ບົດລາຍງານກ່ຽວກັບກຳລັງຄວາມສາມາດໃນການແກ້ງແຍ່ງທົ່ວໂລກ 2019”.

ຄະແນນຕີລາຄາຂອງ ຫວຽດນາມ ກັບ 12 ເສົາຫຼັກຂອງ WEF (ພາບ: Chinhphu.vn) 

ເວທີປາໄສເສດຖະກິດສາກົນ (WEF) ໄດ້ຮັບຮູ້ຄວາມກ້າວໜ້າແບບກະໂດດຂັ້ນຂອງ ບາງພື້ນຖານເສດຖະກິດ, ໃນນັ້ນມີ ຫວຽດນາມ, ໃນສະພາບການຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະ ການຄ້າ ຊຶ່ງພວມເຮັດໃຫ້ ເສດຖະກິດໂລກຂາດສະຖຽນລະພາບ, ແລະ ອາດຈະເຮັດໃຫ້ ອັດຕາການເຕີບໂຕການຄ້າທົ່ວໂລກຫຼຸດລົງ. WEF ຖືວ່າ ຫວຽດນາມພວມດຶງດູດການລົງທຶນຈາກຕ່າງປະເທດຢ່າງແຮງ ເພື່ອກາຍເປັນສູນການຄ້າຂອງພາກພື້ນ.

        ເມື່ອພິຈາລະນາບັນດາລາຍການຕົ້ນຕໍ, ຫວຽດນາມໄດ້ ຈັດຢູ່ອັນດັບສູງພໍສົມຄວນກ່ຽວກັບດັດຊະນີ Market Size (ຂອບຂະຫນາດ ຕະຫຼາດ) - ຢືນອັນດັບທີ 26. ບັນດາດັດຊະນີຍັງເຫຼືອມີການເໜັງຕີງແຕ່ອັນດັບທີ 41 ຫາ ອັນດັບທີ 93. ສ່ວນບັນດາດັດຊະນີພາກສ່ວນ, ຫວຽດນາມນອນໃນ ກຸ່ມທີ່ມີຄວາມສ່ຽງຖືກການກໍ່ການຮ້າຍຕ່ຳທີ່ສຸດໃນໂລກ ແລະ ໄພເງິນເຟີ້ມີສະຖຽນລະພາບທີ່ສຸດໃນໂລກ. ທັງສອງ ລາຍການນີ້ ຫວຽດນາມ ບັນລຸໄດ້ 100 ຄະແນນ.

(ແຫຼ່ງຄັດຈາກ VOV)


top