ຂ່າວສານ

WEF ASEAN 2018: ນໍາສະເໜີ ປື້ມ “ການປະຕິວັດອຸດສາຫະກໍາຄັ້ງທີ 4” ສະບັບພາສາຫວຽດນາມ ອອກສູ່ຜູ້ອ່ານ

ໃນຂອບເຂດການເຄື່ອນໄຫວຂອງກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ 2018 (WEF ASEAN) 2018 ໄດ້ຈັດຂຶ້ນແຕ່ວັນທີ 11 – 13 ກັນຍາ ຢູ່່ຮ່າໂນ້ຍ, ຕອນເຊົ້າວັນທີ 11 ກັນຍາ, ໄດ້ນໍາສະເໜີ ປື້ມ “ການປະຕິວັດອຸດສາຫະກໍາຄັ້ງທີ 4” ສະບັບພາສາຫວຽດນາມ ອອກສູ່ຜູ້ອ່ານ. 


ທ່ານສາດສະດາຈານ Klaus Schwab, ຜູ້ສ້າງຕັ້ງ, ປະທານບໍລິຫານ ເວທີປາໄສເສດຖະກິດໂລກ ທັງເປັນຜູ້ຂຽນ ປື້ມ “ການປະຕິວັດອຸດສາຫະກໍາຄັ້ງທີ 4”

(ພາບ: giaoduc.net.vn)

ທ່ານສາດສະດາຈານ Klaus Schwab, ຜູ້ສ້າງຕັ້ງ, ປະທານບໍລິຫານ ເວທີປາໄສເສດຖະກິດໂລກ ທັງເປັນຜູ້ຂຽນ ປື້ມ “ການປະຕິວັດອຸດສາຫະກໍາຄັ້ງທີ 4”, ໃຫ້ຮູ້ວ່າ: ການພິມຈໍາໜ່າຍປື້ມຫົວນີ້ ດ້ວຍພາສາຫວຽດນາມ ເຊິ່ງກົງກັບໂອກາດ ດໍາເນີນກອງປະຊຸມ WEF ASEAN 2018 ເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຊົນຫວຽດນາມ ກ່ຽວກັບຄວາມສໍາຄັນຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 4. ພ້ອມທັງຫວັງວ່າ ນີ້ຈະແມ່ນທາດກະຕຸ້ນ, ແມ່ນກໍາລັງໜູນ, ນໍາຫວຽດນາມ ກາຍເປັນປັດໄຈໃໝ່ໃນການປະຕິວັດອຸດສາຫະກໍາ 4.0.

 (ແຫຼ່ງຄັດຈາກ VOV)



top