ຂ່າວສານ

WB ໜູນຊ່ວຍແກ້ໄຂສະພາບຂາດສະບຽງອາຫານຢູ່ອາຟຣີກາ

ນີ້ແມ່ນການເຄື່ອນໄຫວຫຼາຍຂົງເຂດທຳອິດຂອງ WB ໃນພາກພື້ນເພື່ອແນໃສ່ຫລຸດຜ່ອນຈຳນວນຄົນຖືກອຶດຫິວຢູ່ ທາງທິດ ອາຟຣີກາ ຕາເວັນອອກ ແລະ ອາຟຣີກາໃຕ້.
  ເດັກນ້ອຍຢູ່ Beledweyne, Somalia (ພາບ: AFP/TTXVN)  

ວັນທີ 22 ມິຖຸນາ, ທະນາຄານໂລກ (WB) ປະກາດວ່າໄດ້ຮັບຮອງເອົາໂຄງການທີ່ມີມູນຄ່າ 2,3 ຕື້ USD ເພື່ອຊ່ວຍບັນດາປະເທດຢູ່ທາງທິດ ຕາເວັນອອກ ແລະ ອາຟຣີກາໃຕ້ ຕ້ານສະພາບການຂາດສະບຽງອາຫານ. ບ້ວງງົບປະມານນີ້ຈະຊ່ວຍເພີ່ມທະວີຄວາມສາມາດຟື້ນຟູຂອງລະບົບສະບຽງອາຫານໃນພາກພື້ນກໍ່ຄືຄວາມສາມາດແກ້ໄຂສະພາບຂາດສະບຽງອາຫານ, ເຊິ່ງນັບມື້ນັບເພີ່ມຂຶ້ນ.

ທ່ານ Hafez Ghanem, ຮອງປະທານທະນາຄານໂລກ ຮັບຜິດຊອບເຂດທາງທິດ ອາຟຣີກາ ຕາເວັນອອກ ແລະ ອາຟຣີກາໃຕ້ ໃຫ້ຮູ້ວ່າ ນີ້ແມ່ນການເຄື່ອນໄຫວຫຼາຍຂົງເຂດທຳອິດຂອງ WB ໃນພາກພື້ນເພື່ອແນໃສ່ຫລຸດຜ່ອນຈຳນວນຄົນຖືກອຶດຫິວຢູ່ ທາງທິດ ອາຟຣີກາ ຕາເວັນອອກ ແລະ ອາຟຣີກາໃຕ້. ປະຈຸບັນ, ມີເກືອບ 30 ລ້ານຄົນຢູ່ Madagascar ແລະ Ethiopia ຕ້ອງປະເຊີນໜ້າກັບສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານຍ້ອນໄພແຫ້ງແລ້ງ, ເຊິ່ງຈະແມ່ນຄາດໝາຍບຸລິມະສິດແຖວໜ້າຂອງໄລຍະທຳອິດຂອງໂຄງການ.


top