ຂ່າວສານ

WB ປະກາດບົດລາຍ ອັບເດດສະພາບການເສດຖະກິດພາກພື້ນ ອາຊີຕາເວັນອອກ - ປາຊີຟິກ

      ວັນທີ 4 ຕຸລາ, ທະນາຄານໂລກ (WB) ໄດ້ປະກາດບົດລາຍງານ ອັບເດດສະພາບການເສດຖະກິດພາກພື້ນ ອາຊີຕາເວັນອອກ - ປາຊີຟິກ, ໂດຍໄດ້ຖ່າຍທອດສົດທາງໂທລະພາບ ໄປຍັງບາງ ປະເທດໃນພາກພື້ນ, ໃນນັ້ນມີຮ່າໂນ້ຍ.

ການເຕີບໂຕ GDP ຂອງຫວຽດນາມ ຄາດຄະເນວ່າ ຈະບັນລຸໄດ້ປະມານ 6,8% ໃນປີ 2018
(ພາບ:Danh Lam/TTXVN)
      ບົດລາຍງານ ອັບເດດສະພາບການເສດຖະກິດພາກພື້ນ ອາຊີຕາເວັນອອກ - ປາຊີຟິກ ສະແດງໃຫ້ເຫັນວ່າ ພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ບັນລຸໝາກຜົນທີ່ດີ ຍ້ອນເສດຖະກິດທົ່ວໂລກໄດ້ຮັບການຟື້ນຟູແບບຍືນຍົງ ແລະ ບັນດາການປະຕິຮູບພາຍໃນປະເທດ ພວມໄດ້ຮັບການປະຕິບັດ. ການເຕີບໂຕສູງ ໄດ້ພາໄປເຖິງການສ້າງວຽກເຮັດງານທໍາໃຫ້ຄົນງານຫຼາຍຄົນ, ເພີ່ມລາຍຮັບ ແລະ ນໍາມາເຊິ່ງບັນດາຜົນງານລວມກ່ຽວກັບສະຫວັດດີການສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ. ແງ່ຫວັງໃນໄລຍະກາງຂອງຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງ. ການເຕີບໂຕ GDP ຄາດຄະເນວ່າ ຈະບັນລຸໄດ້ປະມານ 6,8% ໃນປີ 2018, ກ່ອນຈະຢຸດສະງັກຢູ່ລະດັບ 6,6% ໃນປີ 2019 ແລະ 6,5% ໃນປີ 2020 ເນື່ອງມາຈາກ ກໍາລັງຄວາມຕ້ອງການໃນທົ່ວໂລກ ຄາດວ່າ ຈະຖືກຢຸດສະງັກໄປຕາມຮອບວຽນ.
 (ແຫຼ່ງຄັດຈາກ VOV)


top