ຂ່າວສານ

Wallonie – Bruxelles ສືບ​ຕໍ່​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ ແບບ​ຍືນ​ຍົງ

ຕອນບ່າຍວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Pierre – Yves Jeholet, ລັດຖະມົນຕີ - ຜູ້ວ່າການລັດຖະບານ ປະຊາຄົມຊາວແບນຊິກ ເວົ້າພາສາ ຝລັ່ງ Wallonie- Bruxelles ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 15 – 21 ຕຸລາ.

ຕອນບ່າຍວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Pierre – Yves Jeholet, ລັດຖະມົນຕີ - ຜູ້ວ່າການລັດຖະບານ ປະຊາຄົມຊາວແບນຊິກ ເວົ້າພາສາ ຝລັ່ງ Wallonie- Bruxelles ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 15 – 21 ຕຸລາ.

    

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕ້ອນຮັບທ່ານ Pierre – Yves Jeholet, ລັດຖະມົນຕີ - ຜູ້ວ່າການລັດຖະບານ ປະຊາຄົມຊາວແບນຊິກ ເວົ້າພາສາ ຝລັ່ງ Wallonie- Bruxelles 

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ແລະ ທ່ານ Pierre – Yves Jeholet ເຫັນດີເປັນເອກະສັນວ່າ ຈະສືບຕໍ່ຜັນຂະຫຍາຍບັນດາໂຄງການຂຶ້ນກັບກົນໄກຄະນະກຳມະການປະສົມປະຈຳການ ຄັ້ງທີ 11 ລະຫວ່າງ ຫວຽດນາມ ແລະ Wallonie- Bruxelles ຢ່າງມີປະສິດທິຜົນ; ເປີດກວ້າງການຮ່ວມມືໄປສູ່ຂົງເຂດທີ່ມີກຳລັງບົ່ມຊ້ອນ; ສືບຕໍ່ເພີ່ມທະວີການຮ່ວມມືໃນເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ.

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ຜັນຂະຫຍາຍປະສິດທິຜົນ EVFTA - ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (ອີຢູ), ພ້ອມທັງຫວັງວ່າ Wallonie- Bruxelles ຊຸກຍູ້ ແບນຊິກ ສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນກະເສດຂອງ ຫວຽດນາມ ຖືກນຳເຂົ້າລະບົບຮ້ານສັບພະສິນຄ້າຂອງ ແບນຊິກ. ທ່ານລັດຖະມົນຕີ ບຸ່ຍແທງເຊີນ ກໍສະເໜີໃຫ້ Wallonie- Bruxelles ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ອີຢູ - ຫວຽດນາມ (EVIPA) ແລະ ຊຸກຍູ້ລັດຖະບານ ສະຫະພັນປະຕິບັດສຳເລັດການໃຫ້ສັດຕະຍາບັນສັນຍາສະບັບນີ້ໂດຍໄວ.

ສ່ວນທ່ານ Pierre – Yves Jeholet ຊີ້ແຈ້ງວ່າ ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຂອງ Wallonie- Bruxelles ແລະ ຈະສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ ຫວຽດນາມ ພັດທະນາແບບຍືນຍົງ.

ແຫຼ່ງຄັດຈາກ VOV


top