ຂ່າວສານ

Vovinam ມີໜ້າໃນງານມະຫາກຳກິລານັກສຶກສາ ອາຊີຕາເວັນອອກສ່ຽງໃຕ້ 2018

      ງານມະຫາກຳກິລາປີ 2018 ມີ 17 ປະເພດກິລາ. ໃນນັ້ນມີ 4 ປະເທດ ມວຍຄື: Taekwondo, Karatedo, Vovinam ແລະ Wushu.
      
ພາບປະກອບ
      ຄະນະຈັດຕັ້ງງານມະຫາກຳກິລານັກສຶກສາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 19 ປີ 2018 ຢູ່ ມຽນມາ ຫາກໍ່ຕົກລົງນຳ Vovinam ເຂົ້າບັນຊີລາຍຊື່ບັນດາປະເພດກິລາໃນງານມະຫາກຳກິລານັກສຶກສາຂະໜາດໃຫຍ່ທີ່ສຸດຢູ່ພາກພື້ນ. ນີ້ແມ່ນງານມະຫາກຳທີ່ເຕົ້າໂຮມ 11 ປະເທດອາຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມ, ເຊິ່ງໄດ້ຮັບການຈັດຕັ້ງ 2 ປີ/ເທື່ອ.
        ງານມະຫາກຳກິລາປີ 2018 ມີ 17 ປະເພດກິລາ. ໃນນັ້ນມີ 4 ປະເພດ ມວຍຄື: Taekwondo, Karatedo, Vovinam ແລະ Wushu. ກ່ອນໜ້ານັ້ນ, Vovinam ເຄີຍປະກົດມີຢູ່ບັນດາເຫດການຄື: ງານມະຫາກຳກິລາຂັ້ນທະວີບ, ພາກພື້ນ, ຄື: Sea Games ປີ 2011 ຢູ່ ອິນໂດເນເຊຍ, Sea Games 2013 ຢູ່ ມຽນມາ, ງານມະຫາກຳກິລາຫາດຊາຍທະເລອາຊີ ປີ 2016 ຢູ່ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

top